Home ຂ່າວໜ້າໜຶ່ງ 7 ຄາດໝາຍ ໃນການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານ

7 ຄາດໝາຍ ໃນການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານ

0

ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປີ 2013 ມາເຖິງປັດຈຸບັນເຫັນວ່າມີຫຼາຍຂໍ້ຄົງຄ້າງ, ຂອບເຂດໃນການດໍາເນີນຄະດີຂອງອົງການໄອຍະການທະຫານຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງ, ພະແນກ, ຂະແໜງໄອຍະການທະຫານທີ່ຂຶ້ນກັບກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ, ການຕິດຕາມກວດກາການປະຕິບັດກົດໝາຍຍັງບໍ່ທັນມີປະສິດທິພາບ-ປະສິດທິຜົນສູງ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຂຶ້ນສະເໜີໃຫ້ມີການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 15 ທັນວານີ້, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະເໜີບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການທະຫານ ສະບັບປີ 2013 ມາເຖິງປັດຈຸບັນກົດໝາຍດັ່ງກ່າວໄດ້ກາຍເປັນເຄື່ອງມືອັນສຳຄັນໃຫ້ແກ່ອົງການໄອຍະການທະຫານສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ແຕ່ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງບາງດ້ານທີ່ຈໍາເປັນຕ້ອງໄດ້ສືບຕໍ່ຄົ້ນຄວ້າແກ້ໄຂເປັນຕົ້ນ: ຂອບເຂດໃນການດໍາເນີນຄະດີຂອງອົງການໄອຍະການທະຫານຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງ, ພະແນກ, ຂະແໜງໄອຍະການທະຫານທີ່ຂຶ້ນກັບກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ, ເນື່ອງຈາກພາກສ່ວນດັ່ງກ່າວແມ່ນບໍ່ມີພາລະບົດບາດ, ສິດ ແລະ ໜ້າທີ່ສັ່ງຟ້ອງ, ຖະແຫຼງຂຶ້ນສານທະຫານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍຍັງບໍ່ທັນມີປະສິດທິພາບ-ປະສິດທິຜົນສູງເພາະວ່າຜ່ານຫຼາຍຂັ້ນຕອນຂອງສາຍຕັ້ງ ແລະ ສາຍຂວາງ, ນອກຈາກນີ້ອົງການໄອຍະການທະຫານຍັງບໍ່ທັນມີຄະນະກໍາມະການໄອຍະການທະຫານເພື່ອຄົ້ນຄວ້າຕົກລົງບັນຫາທີ່ມີຄວາມສຳຄັນ ແລະ ມີລັກສະນະຍຸດທະສາດກ່ຽວກັບວຽກງານອົງການໄອຍະການທະຫານ.

ຍ້ອນເຫດຜົນດັ່ງກ່າວຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານປີ 2013 ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ກົດໝາຍ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັດຈຸບັນມີ ທັງໝົດ IX ພາກ, 9 ໝວດ, 65 ມາດຕາ; ສ່ວນຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັບປຸງປະກອບມີ IX ພາກ, 9 ໝວດ, 66 ມາດຕາ, ໃນນີ້ຮັກສາໄວ້ມີ 22 ມາດຕາ, ຂຽນໃໝ່ 6 ມາດຕາ, ປັບປຸງ 38 ມາດຕາ.

ທ່ານກ່າວຕື່ມວ່າ: ຄາດໝາຍຜົນໄດ້ຮັບພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າມີຜົນໄດ້ຮັບດັ່ງນີ້: 1. ເປັນບ່ອນອີງທີ່ສຳຄັນໃນການເຄື່ອນໄຫວວຽກງານໄອຍະການທະຫານເຮັດໃຫ້ການແກ້ໄຂອາຊະຍາກຳຢູ່ໃນກອງທັບມີຄວາມເປັນເອກະພາບສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະ ໃໝ່, ລັດຖະທຳມະນູນ ແລະ ກົດໝາຍອື່ນໆທີ່ໄດ້ປັບປຸງ; 2. ກົດໝາຍມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ; 3. ການສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ການດຳເນີນຄະດີໃນກອງທັບຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ວ່ອງໄວ ແລະ ມີປະສິດທິຜົນດີກວ່າເກົ່າ; 4. ອົງການໄອຍະການທະຫານຈະໄດ້ຮັບການປັບປຸງທາງດ້ານກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວທັງຍົກສູງພາລະບົດບາດຂອງອົງການໄອຍະການທະຫານເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງເຕັ້ມສ່ວນຕາມການກໍານົດຂອງກົດໝາຍ; 5. ອົງການໄອຍະການທະຫານຈະໄດ້ຮັບການບັນຈຸບຸກຄາລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນານງານ, ເປັນຜູ້ຊ່ຽວຊານ ແລະ ກາຍເປັນມືອາຊີບໃນວຽກງານດັ່ງກ່າວ; 6. ເຮັດໃຫ້ການຄຸ້ມຄອງ, ຊີ້ນຳ ແລະ ກວດກາວຽກງານໄອຍະການທະຫານເປັນລະບົບ, ບໍ່ຜ່ານຫຼາຍຂັ້ນຕອນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; 7. ເປັນການກຳນົດລະອຽດຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງອົງການໄອຍະການທະຫານແຕ່ລະຂັ້ນເຮັດໃຫ້ການປະສານສົມທົບມີຄວາມຄ່ອງຕົວດີຂຶ້ນກວ່າເກົ່າ. ຂ່າວ: ພູວັນ, ພາບ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version