Home ຂ່າວພາຍໃນ ຊາວແຂວງໄຊສົມບູນ ພ້ອມກັນສະເຫຼີມສະຫຼອງ ແລະ ມະຫາພຸດທາພິເສກ (ສົມໂພດ) ຫໍຫຼັກເມືອງ

ຊາວແຂວງໄຊສົມບູນ ພ້ອມກັນສະເຫຼີມສະຫຼອງ ແລະ ມະຫາພຸດທາພິເສກ (ສົມໂພດ) ຫໍຫຼັກເມືອງ

0

ພິທີ ສະເຫຼີມສະຫຼອງ ແລະ ມະຫາພຸດທາພິເສກ (ສົມໂພດ) ຫໍຫຼັກເມືອງ ແຂວງໄຊສົມບູນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 6 ທັນວາ 2022 ນີ້ ຢູ່ຕໍ່ໜ້າຫໍຫຼັກເມືອງ ຊຶ່ງຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ພົອ. ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍບັນດາການນໍາພັກ-ລັດ ຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ອະດີດການນໍາແຂວງໄຊສົມບູນ ແລະ ພຣະອາຈານ ຄໍາວັນ ວໍລະເດດ ຄະນະບໍລິຫານງານປະຈໍາການ ຮອງຫົວໜ້າກັມມາທິການ ສາທາຣະນຸປະການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍຄູບາອາຈານ, ພຣະເຖລາ-ນຸເຖລະ ຕະຫຼອດຮອດຄອບຄົວການນໍາ, ພຸດທະບໍລິສັດ, ອອກຕົນຍາດໂຍມ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.

ກ່ອນດໍາເນີນພິທີທາງສາສະໜາ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ກ່າວໃຫ້ຮູ້ວ່າ ຈຸດປະສົງທີ່ແຂວງໄຊສົມບູນ ກໍ່ສ້າງຫໍຫຼັກເມືອງແຫ່ງນີ້ຂຶ້ນມາ ແມ່ນເພື່ອເປັນສູນລວມທາງດ້ານຈິດໃຈ ຂອງປະຊາຊົນ ຊາວແຂວງໄຊສົມບູນ, ເປັນສູນລວມທາງດ້ານມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ທັງເປັນສັນຍາລັກແຫ່ງການພັດທະນາ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະ ເປັນສະຖານທີ່ສັກສິດປະຈໍາແຂວງ, ເປັນບ່ອນກາບໄຫວ້ບູຊາ ຂອງແຂກຄົນທີ່ເດີນທາງເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ແລະ ຍັງເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ຂອງແຂວງ ນໍາອີກ. ໂອກາດດຽວກັນນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ມີຄໍາເຫັນຕໍ່ພິທີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງພິທີໃນຄັ້ງນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດ (ໄຊຊະນະ) ອັນຍິ່ງໃຫຍ່ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊສົມບູນ ໃນຕະຫຼອດໄລຍະ 10 ປີຜ່ານມາ. ນອກນີ້ການກໍ່ສ້າງຫໍຫຼັກເມືອງແຫ່ງນີ້ ຍັງໄດ້ຢັ້ງຢືນເຖິງແນວທາງອັນຖືກຕ້ອງຂອງພັກ ແລະ ລັດເຮົາ ໃນການສືບທອດມູນເຊື້ອອັນດີງາມ ກໍຄືການສົ່ງເສີມສິລະປະວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ຍັງເປັນສັນຍາລັກແຫ່ງຄວາມສາມັກຄີປອງດອງ ຂອງຊາວແຂວງໄຊສົມບູນ ໂດຍຫໍຫຼັກເມືອງແຫ່ງນີ້ ໄດ້ກາຍເປັນສັນຍາລັກ ແຫ່ງຍຸກສະໄໝຂອງຄວາມຈະເລີນສິວິໄລ ພາຍໃຕ້ແສງສະຫວ່າງແຫ່ງການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ. ພ້ອມດຽວກັນນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ການນໍາພັກ-ລັດທຸກຂັ້ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາຫໍຫຼັກເມືອງແຫ່ງນີ້ ໃຫ້ມີຄວາມໂດດເດັ່ນ, ສວຍງາມ ແລະ ໝັ້ນຄົງທະນົງແກ່ນ ຢູ່ຄຽງຄູ່ກັບແຂວງໄຊສົມບູນ ຕະຫຼອດໄປ. ຈາກນັ້ນ ໄດ້ມີພິທີທາງສາສະໜາ ຊຶ່ງເລີ່ມຕົ້ນດ້ວຍການໃຕ້ທຽນໄຊບູຊາ ພຣະຣັດຕະນະໄຕຣ, ໃຕ້ທຽນບູຊາ ຫໍມະເຫສັກຫຼັກເມືອງ, ໃຕ້ທຽນສູດປະຣິຕະມຸງຄຸນ ຈາກການນໍາພັກ-ລັດ ແລະ ຕາມມາດ້ວຍການໄຫວ້ພຣະ-ຮັບສິລ, ສູດປະຣິຕະມຸງຄຸນ, ຟັງທັມມະເທສະໜາ, ກ່າວຄໍາຖວາຍ ເສົາສີຣາຈາລຶກ, ເສົາຫຼັກເມືອງ, ພຣະພຸດທະຮູບ, ຖວາຍປັດໄຈ ແລະ ເຄື່ອງໄຊຍະທານ ຕ່າງໆ ພ້ອມທັງຮັບພອນ-ຢາດນໍ້າ ແລະ ດໍາເນີນພິທີສູດສົມໂພດ ແລະ ສະຫຼອງຫໍຫຼັກເມືອງ ຕະຫຼອດຄືນ ເພື່ອໃຫ້ຫໍຫຼັກເມືອງແຫ່ງນີ້ ມີຄວາມສັກສິດ ແລະ ກາຍເປັນມິ່ງຂວັນ ຂອງຊາວແຂວງໄຊສົມບູນ ຕະຫຼອດໄປ.

__________________________

#Media laos

#Xaysomboun

ຂ່າວ: ພາພອນ ນະວົງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version