Home ຂ່າວພາຍໃນ ແຂວງອັດຕະປື​ ມອບ-ຮັບ​ ເຮືອນຢູ່​ຖາວອນ​ 700​ ຫຼັງໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ເມືອງ​ ສະໜາມໄຊ

ແຂວງອັດຕະປື​ ມອບ-ຮັບ​ ເຮືອນຢູ່​ຖາວອນ​ 700​ ຫຼັງໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ເມືອງ​ ສະໜາມໄຊ

0

ເມື່ອວັນທີ​ 7​ ທັນວາ​ 2022​ ນີ້​ແຂວງ​ ອັດຕະປື​ ໄດ້ຈັດພິທີ ມອບ-ຮັບ​ ເຮືອນຢູ່​ຖາວອນ​ ຈໍານວນ​ 7​00​ ຫຼັງ,​ໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ​ ສະໜາມໄຊ,​ພິທີຈັດຂື້ນທີ່ບ້ານດົງບາກໃໝ່ຫີນຄໍາ,​ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ​ ສີ​ພັນ​ດອນ​ ກໍາມະການກົມການເມືອງສູນກາງພັກ​ ຮອງນາຍົກລັດຖະມົນຕີ,​ມີທ່ານ​ ເລັດ​ ໄຊຍະພອນ​ ກໍາ​ມະ​ການ​ສູນກາງ​ພັກ​ ເລຂາພັກແຂວງ​ ເຈົ້າແຂວງອັດຕະປື,​ພ້ອມດ້ວຍການນໍາຈາກສູນກາງແລະທ້ອງຖິ່ນ,​ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ຄືດັ່ງຮູ້ນຳກັນແລ້ວວ່າເຫດການສັນເຂື່ອນໄຟຟ້າເຊ ປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23​ ກໍລະກົດ​ປີ​ 2018 ແມ່ນເຫດການຮ້າຍແຮງທີ່ສຸດ ຊຶ່ງພັກ- ລັດຖະບານ​ ໄດ້ຈັດເຫດການໃນຄັ້ງນັ້ນເປັນເຫດການລະດັບຊາດ ຊຶ່ງບໍ່ເຄີຍ ມີມາກ່ອນ, ມາຮອດມື້ນີ້ ວັນທີ 7​ ທັນວາ​ປີ​ 2022 ຊຶ່ງເປັນວາລະຄົບຮອບ 4 ປີເຕັມພໍດີ,​ໃນຕະຫຼອດໄລຍະ 4 ປີ ທີ່ຜ່ານມາສູນກາງ ພັກ-ລັດຖະບານ, ອົງການປົກຄອງທ້ອງຖິ່ນ ຂອງແຂວງ, ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໄຍ ເຫັນອົກເຫັນໃຈພໍ່ແມ່ປະຊາຊົນ ແລະ ໄດ້ຮ່ວມກັບບໍລິສັດພັດທະນາໂຄງການ SK&PNPC ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼຶອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ.

ໂຄງການກໍ່ສ້າງເຮືອນ 700 ຫຼັງ,​ມູນຄ່າທັງໝົດ 24,5 ລ້ານໂດລາສະຫະລັດ​ ດ້ວຍທຶນຊົດເຊີຍຂອງບໍລິສັດ SK&PNPC ມີ 4 ປະເພດເຮຶອນຄື: ເຮຶອນວິນລາ 80 ຫຼັງ,ເຮືອນກໍ່ 2 ຊັ້ນ 4 ຫຼັງ, ເຮືອນກໍ່ 2 ຊັ້ນປູແປ້ນ 278 ຫຼັງ,ເຮືອນມີກ້ອງລ່າງ 338 ຫຼັງ,​ຈັດສັນເຂົ້າໃນ 4 ບ້ານຄື: ບ້ານດົງບາກໃໝ່ຫີນຄໍາ ມີທັງໝົດ 335 ຫຼັງ, ບ້ານຫີນລາດມີທັງໝົດ 197 ຫຼັງ, ບ້ານດອນບົກໃໝ່ແສງຈັນ​ ມີທັງໝົດ 70 ຫຼັງ,ບ້ານສະໝອງໃໝ່ປີນດົງມີທັງໝົດ 98 ຫຼັງ,​ເລີ່ມປະຕິບັດການກໍ່ສ້າງແຕ່ວັນທີ 2​ ມິຖຸນາ​ 2020 ເປັນຕົ້ນມາ, ໂດຍແມ່ນບໍລິສັດ ວັນແສງອັດຕະປື ເປັນຜູ້ຮັບເໝົາໂຄງການ ດັ່ງກ່າວ, ຊຶ່ງການປະຕິບັດ ແຕ່ຕົ້ນມາຮອດປະຈຸບັນທັງບໍລິສັດປະຕິບັດສຳເລັດ 100% ແລະ ໄດ້ມອບໃຫ້ປະຊົນເຂົ້າຢູ່ຄຶ: ຄັ້ງທີ 1 ວັນທີ 12​ ເມສາ​ 2021,​ມີ 153 ຫຼັງ,​ຄັ້ງທີ 2 ວັນທີ 4​ ເມສາ​ 2022,​ມີ 352 ຫຼັງ​ ແລະ​ ຄັ້ງທີ 3 ແມ່ນວັນທີ 7​ ທັນວາ​ 2022,​ມີ 195 ຫຼັງ.ລວມ 3​ ຄັ້ງທັງໝົດ​ 700 ຫຼັງ.

ໂອກາດ​ດັ່ງກ່າວ​ໃນພິທີ​ ທ່ານ​ ສອນໄຊ​ ສີ​ພັນ​ດອນ​ ຮອງນາຍົກລັດຖະມົນຕີ​ ພ້ອມດ້ວຄະນະນໍາຈາກສູນກາງ ແລະ​ ທ້ອງຖິ່ນ​ ກໍ່ໄດ້ຮ່ວມກັນລັ່ນຄ້ອງ 9​ ບາດ,​ຕັດລິບບີ້ນ ແລະ​ ປ່ອຍປ້າຍປຸມເປົ້າ ເພື່ອເປັນສິລິມຸງຄຸນໃນການມອບ-ຮັບເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງ​ ສະໜາມໄຊ, ໄດ້ເຂົ້າຢູ່ຢ່າງເປັນທາງການ.

ຂ່າວ: ມະນີວອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version