ໄດ້ບົວລະບັດຮັກສາເນື້ອທີ່ນ້ຳເຊາະດິນເສຍ 63.000 ກວ່າກິໂລຕາແມັດ”, “ຂະແໜງການປ່າໄມ້ແລະທົ່ງຫຍ້າໄດ້ພັດທະນາຢ່າງປອດໃສ, ລວມຍອດຜະລິດຕະພັນໃນຂະແໜງການປ່າໄມ້ແລະທົ່ງຫຍ້າໃນທົ່ວປະເທດໃນໝົດປີໄດ້ບັນລຸເຖິງ 9.280 ຕື້ຢວນ”, “ຜົນຜະລິດທັນຍາຫານປ່າໄມ້ ທີ່ຖືປ່າເສດຖະກິດເປັນຕົ້ນຕໍໄດ້ບັນລຸເຖິງ 226 ລ້ານໂຕນ”…ໃນໂອກາດທີ່ວັນປູກຕົ້ນໄມ້ຄັ້ງທີ 46 ຂອງຈີນໝູນວຽນມາເຖິງ, ອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນໄດ້ເຜີຍແຜ່ແຈ້ງການກ່ຽວກັບສະພາບອັດຕາການປົກຫຸ້ມຂອງພື້ນທີ່ສີຂຽວບົນດິນແດນແຫ່ງຊາດຈີນ, ພາລະບົດບາດຕ່າງໆຂອງປ່າໄມ້ ເຊັ່ນ: ເປັນສາງນ້ຳ, ສາງເງິນ, ສາງທັນຍາຫານ ແລະ ສາງກາກບອນ ໄດ້ລວມເຂົ້າເປັນຕົວເລກລັດສະນີຕ່າງໆ, ການປູກຕົ້ນໄມ້ສ້າງປ່າມີຄວາມສຳຄັນຢ່າງພົ້ນເດັ່ນອີກເທື່ອໜຶ່ງ.
ປັດຈຸບັນ, ວິທີທາງວິທະຍາສາດເຕັກນິກຂັ້ນສູງຕ່າງໆ ເຊັ່ນ: ຖານຂໍ້ມູນໃຫຍ່ ຫຼື Big Data, ປັນຍາປະດິດ ແລະ ການຕິດຕາມທາງອິນເຕີເນັດເປັນຕົ້ນ ພວມໄດ້ເສີມຂະຫຍາຍບົບດາດຕ່າງໆຢູ່ແຫ່ງຕ່າງໆຂອງຈີນ. ຄຽງຄູ່ກັບເຕັກນິກເຮືອບິນບໍ່ມີຄົນຂັບໄດ້ຮັບການພັດທະນາໄປຢ່າງເປັນກ້າວໆ, ການບົ່ມເພາະເບ້ຍໄມ້ ແລະ ການອະນຸລັກຮັກສາປ່າໄມ້ ກໍນັບມື້ນັບສະດວກສະບາຍ ແລະ ມີປະສິດທິພາບນັບມື້ນັບສູງຂຶ້ນ.
ປັດຈຸບັນນີ້, ອັດຕາການປົກຫຸ້ມຂອງພື້ນທີ່ສີຂຽວໃນຊົນນະບົດຈີນມີຫຼາຍກວ່າ 32%, ຕົວເມືອງປ່າໄມ້ແຫ່ງຊາດມີ 219 ແຫ່ງ, ລວມຍອດຜະລິດຕະພັນຂະແໜ່ງການປ່າໄມ້ ແລະ ທົ່ງຫຍ້າຂອງຈີນໄດ້ບັນລຸເຖິງ 9.280 ຕື້ຢວນ, ພູຂຽວນ້ຳໃສພວມໄດ້ກາຍເປັນພູເງິນພູຄຳ.
ເວົ້າສຳລັບປະເທດລາວແລ້ວ, ໃນຊຸມປີຜ່ານມາ, ລາວໄດ້ຕັ້ງໜ້າວາງນະໂຍບາຍທີ່ກ່ຽວຂ້ອງກັບການອະນຸລັກສິ່ງແວດລ້ອມນິເວດ, ໄດ້ຈັດສັນເຂດປ່າສະຫງວນທຳມະຊາດຫຼາຍແຫ່ງ, ໄດ້ວາງກົດໝາຍກົດລະບຽບຫຼາຍສະບັບ, ຫ້າມບໍ່ໃຫ້ມີ “ການເຮັດໄຮ່ເລື່ອນລອຍ” ເພື່ອອະນຸລັກຊັບພະຍາກອນປ່າໄມ້; ວາງແຜນການຕັດໄມ້ຕໍ່ປີ ແລະ ນະໂບາຍກອງທຶນອະນຸລັກປ່າໄມ້; ວາງນະໂຍບາຍລັກສະນະສົ່ງເສີມການບົ່ມປະສົມປະສານກັນລະຫວ່າງການອະນຸລັກກັບການຕັດໄມ້; ວາງນະໂຍບາຍປົກປ້ອງຊີວະນາໆພັນຫຼາຍຢ່າງ. ສື່ມວນຊົນລາວລາຍງານວ່າ: ນັບມາຮອດເດືອນພະຈິກປີ 2023, ຈຳນວນເຂດສະຫງວນປ່າໄມ້ຂອງລາວໄດ້ເພີ່ມຂຶ້ນເປັນ 177 ແຫ່ງ, ລັດຖະບານລາວພວມພະຍາຍາມເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ຂອງລາວຟື້ນຟູຂຶ້ນຮອດ 70% ຂອງເນື້ອທີ່ດິນແດນແຫ່ງຊາດຂອງລາວ ເພື່ອຮັບປະກັນການພັດທະນາແບບຍືນຍົງຂອງປ່າໄມ້.
ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຈີນ ແລະ ລາວມີຜົນປະໂຫຍດຮ່ວມໃນດ້ານການອະນຸລັກສິ່ງແວດລ້ອມນິເວດ. ນັບແຕ່ເຂດປ່າສະຫງວນແຫ່ງຊາດສິບສອງພັ່ນນາໄດ້ສະເໜີໂຄງຄວາມຄິດ “ການປົກປ້ອງຊີວະນາໆພັນປະສົມຂ້າມເຂດຊາຍແດນ” ໃນປີ 2006 ເປັນຕົ້ນມາ, ການປົກປ້ອງຊີວະນາໆພັນຂ້າມຊາດຈີນ-ລາວໄດ້ປະຕິບັດມາເປັນເວລາ 17 ປີລຽນຕິດແລ້ວ ເຊິ່ງໄດ້ເຮັດວຽກຫຼາຍຢ່າງ ແລະ ປະສົບຜົນສຳເລັດອັນພົ້ນເດັ່ນ ໃນດ້ານການສ້າງສາແລວທາງນິເວດສາກົນສຳລັບພືດ ແລະ ສັດປ່າ, ການຕິດຕາມສະພາບຊີວະນາໆພັນ, ການອະນຸລັກແລະການຟື້ນຟູທີ່ຢູ່ອາໄສຂອງສັດເປັນຕົ້ນ.
ປັດຈຸບັນ, ສອງປະເທດຈີນແລະລາວໄດ້ສ້າງຕັ້ງ “ເຂດປ່າສະຫງວນຊີວະນາໆພັນຂ້າມຊາດປະສົມຈີນ-ລາວ” ທີ່ຍາວ 220 ກິໂລແມັດ ແລະ ມີເນື້ອທີ່ 2 ແສນເຮັກຕາ, ໄດ້ສ້າງແລວທາງນິເວດສີຂຽວຢູ່ຕາມຊາຍແດນຈີນແລະລາວ. ການຮ່ວມມືໃນຂົງເຂດອະນຸລັກສິ່ງແວດລ້ອມນິເວດຂ້າມຊາດລະຫວ່າງສອງຝ່າຍ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ການປັບປຸງສິ່ງແວດລ້ອມຂອງສອງປະເທດ ກໍຄືຂອງພາກພື້ນ. ຫວ່າງກ່ອນນີ້ບໍ່ດົນ, ໃນເວລາທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວໃຫ້ສຳພາດຕໍ່ນັກຂ່າວ, ທ່ານໄດ້ຕີລາຄາຢ່າງສູງຕໍ່ການຮ່ວມມືໃນຂົງເຂດສິ່ງແວດລ້ອມນິເວດລາວແລະຈີນ ດ້ວຍຄຳສັບ “ຢູ່ຮ່ວມກັນ ແລະ ອະນຸລັກຮ່ວມກັນ” ໂດຍກ່າວວ່າ, ການຮ່ວມມືໃນຂົງເຂດດັ່ງກ່າວໄດ້ເປັນ “ຜົນງານອັນໂດດເດັ່ນໃນດ້ານການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ”.
ປັດຈຸບັນ, ການຊຸກຍູ້ການ່ຮວມມືຄົບວົງຈອນໃນຂົງເຂດສິ່ງແວດລ້ອມນິເວດໄດ້ຖືກຈັດເຂົ້າໃນ “ແຜນດຳເນີນງານໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ລະຫວ່າງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ”, ເຊື່ອໝັ້ນວ່າ, ການຮ່ວມມືດ້ານການອະນຸລັກສິ່ງແວດລ້ອມນິເວດລະຫວ່າງສອງປະເທດລາວແລະຈີນຈະມີອະນາຄົດທີ່ກວ້າງຂວາງກວ່າເກົ່າ.