Monday, April 29, 2024
Homeທ່ອງທ່ຽວການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ​ລະ​ຫວ່າງ ຈີນ ແລະ ລາວ​ ມີ​ອະ​ນາຄົດ​ທີ່ກວ້າງ​ຂວາງ

ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ​ລະ​ຫວ່າງ ຈີນ ແລະ ລາວ​ ມີ​ອະ​ນາຄົດ​ທີ່ກວ້າງ​ຂວາງ

ໄດ້​ບົວ​ລະ​ບັດ​ຮັກ​ສາ​ເນື້ອ​ທີ່​ນ້ຳ​ເຊາະ​ດິນ​ເສຍ 63.000 ກວ່າ​ກິ​ໂລ​ຕາ​ແມັດ”, “ຂະ​ແໜງ​ການ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ໄດ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ລວມຍອດ​ຜະ​ລິດ​ຕະ​ພັນ​ໃນ​ຂະ​ແໜງ​ການ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ໃນ​ທົ່ວ​ປະ​ເທດ​​ໃນ​ໝົດ​ປີໄດ້​ບັນ​ລຸ​ເຖິງ 9.280 ຕື້ຢວນ”, “ຜົນ​ຜະ​ລິດ​ທັນ​ຍາ​ຫານ​ປ່າ​ໄມ້ ທີ່​ຖື​ປ່າ​ເສດ​ຖະ​ກິດ​ເປັນ​ຕົ້ນ​ຕໍ​ໄດ້​ບັນ​ລຸ​ເຖິງ 226 ລ້ານ​ໂຕນ”…ໃນ​ໂອ​ກາດ​ທີ່​ວັນ​ປູກ​ຕົ້ນ​ໄມ້​ຄັ້ງ​ທີ 46 ຂອງ​ຈີນ​ໝູນ​ວຽນ​ມາ​ເຖິງ, ອົງ​ການ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ແຈ້ງ​ການ​ກ່ຽວ​ກັບ​ສະ​ພາບ​ອັດ​ຕາ​​ການປົກ​ຫຸ້ມ​​ຂອງ​ພື້ນ​ທີ່​ສີ​ຂຽວ​ບົນ​ດິນ​ແດນ​ແຫ່ງ​ຊາດ​ຈີນ, ພາ​ລະ​ບົດ​ບາດ​ຕ່າງໆ​ຂອງ​ປ່າ​ໄມ້ ເຊັ່ນ: ເປັນ​ສາງ​ນ້ຳ, ສາງ​ເງິນ, ສາງ​ທັນ​ຍາ​ຫານ ແລະ ສາງ​ກາກບອນ ໄດ້​ລວມ​ເຂົ້າ​ເປັນ​ຕົວ​ເລກ​ລັດ​ສະ​ນີ​ຕ່າງໆ, ການ​ປູກ​ຕົ້ນ​ໄມ້​ສ້າງ​ປ່າ​ມີ​ຄວາມ​ສຳ​ຄັນ​ຢ່າງ​ພົ້ນ​ເດັ່ນອີກ​ເທື່ອ​ໜຶ່ງ.

ປັດ​ຈຸ​ບັນ, ​ວິ​ທີ​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງ​ຕ່າງໆ ເຊັ່ນ: ​ຖານ​ຂໍ້​ມູນ​ໃຫຍ່ ຫຼື Big Data, ປັນ​ຍາ​ປະ​ດິດ ແລະ ກາ​ນ​ຕິດ​ຕາມ​ທາງ​ອິນ​ເຕີ​ເນັດ​ເປັນ​ຕົ້ນ ພວມ​ໄດ້​ເສີມ​ຂະ​ຫຍາຍ​ບົບ​ດາດ​ຕ່າງໆ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ. ຄຽງ​ຄູ່​ກັບ​ເຕັກ​ນິກ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໄດ້​​ຮັບ​ການພັດ​ທະ​ນາ​ໄປ​ຢ່າງ​ເປັນ​ກ້າວໆ, ກາ​ນ​ບົ່​ມ​ເພາະ​ເບ້ຍ​ໄມ້ ແລະ ​ການ​ອະ​ນຸ​ລັກ​ຮັກ​ສາ​ປ່າ​ໄມ້​ ກໍ​ນັບ​ມື້​ນັບ​ສະ​ດວກ​ສະ​ບາຍ ແລະ ມີ​ປະ​ສິດ​ທິ​ພາບ​ນັບ​ມື້​ນັບ​ສູງ​ຂຶ້ນ.

ປັດ​ຈຸ​ບັນ​ນີ້, ອັດ​ຕາ​ການປົກ​ຫຸ້ມ​ຂອງ​ພື້ນ​ທີ່​ສີ​ຂຽວ​ໃນ​ຊົນ​ນະ​ບົດ​ຈີນ​ມີຫຼາຍກວ່າ 32%, ຕົວ​ເມືອງ​ປ່າ​ໄມ້​ແຫ່ງ​ຊາດ​ມີ 219 ແຫ່ງ, ລວມຍອດ​ຜະ​ລິດ​ຕະ​ພັນ​ຂະ​ແໜ່ງ​ການ​ປ່າ​ໄມ້ ແລະ ທົ່ງ​ຫຍ້າ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 9.280 ຕື້ຢວນ, ພູ​ຂຽວ​ນ້ຳ​ໃສ​ພວມ​ໄດ້​ກາຍ​ເປັນ​ພູ​ເງິນ​ພູ​ຄຳ.

ເວົ້າ​ສຳ​ລັບ​ປະ​ເທດ​ລາວ​ແລ້ວ, ໃນ​ຊຸມ​ປີ​ຜ່ານ​ມາ, ລາວ​ໄດ້​ຕັ້ງ​ໜ້າ​ວາງ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ, ໄດ້​ຈັດ​ສັນ​ເຂດ​​ປ່າສະ​ຫງວນ​ທຳ​ມະ​ຊາດຫຼາຍ​ແຫ່ງ, ໄດ້​ວາງ​ກົດ​ໝາຍ​ກົດ​ລະ​ບຽບຫຼາຍ​ສະ​ບັບ, ຫ້າມ​ບໍ່​ໃຫ້ມີ “ການ​ເຮັດ​ໄຮ່​ເລື່ອນ​ລອຍ” ເພື່ອ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້; ວາງ​ແຜນ​ການ​ຕັດ​ໄມ້​ຕໍ່​ປີ ແລະ ນະ​ໂບາຍກອງ​ທຶນ​ອະ​ນຸ​ລັກ​ປ່າ​ໄມ້; ວາງ​ນະ​ໂຍ​ບາຍ​ລັກ​ສະ​ນະ​ສົ່ງ​ເສີມ​ການ​ບົ່ມ​​ປະ​ສົມ​ປະ​ສາ​ນ​ກັນ​ລະ​ຫວ່າງ​ການ​ອະ​ນຸ​ລັກ​ກັບ​ການ​ຕັດ​ໄມ້; ວາງ​ນະ​ໂຍ​ບາຍ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນຫຼາຍ​ຢ່າງ. ສື່ມວນ​ຊົນ​ລາວ​ລາຍ​ງານ​ວ່າ: ນັບ​ມາ​ຮອດ​ເດືອນ​ພະ​ຈິກ​ປີ 2023, ຈຳ​ນວນ​ເຂດ​ສະ​ຫງວນ​ປ່າ​ໄມ້​ຂອງ​ລາວ​ໄດ້​ເພີ່ມ​ຂຶ້ນ​ເປັນ 177 ແຫ່ງ, ລັດ​ຖ​ະ​ບານ​ລາວ​ພວມ​ພະ​ຍາ​ຍາມເຮັດ​ໃຫ້​ອັດ​ຕາ​ການປົກ​ຫຸ້ມ​​ຂອງ​ປ່າ​ໄມ້ຂອງ​ລາວ​ຟື້ນ​ຟູ​ຂຶ້ນ​ຮອດ 70% ຂອງ​ເນື້ອ​ທີ່​ດິນ​ແດນ​ແຫ່ງ​ຊາດ​ຂອງ​ລາວ ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປ່າ​ໄມ້.

ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ຈີນ ແລະ ລາວ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ. ນັບ​ແຕ່​ເຂດ​​ປ່າສະ​ຫງວນແຫ່ງ​ຊາດ​ສິບ​ສອງ​ພັ່ນ​ນາ​ໄດ້​ສະ​ເໜີ​ໂຄງ​ຄວາມ​ຄິດ “ການ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ປະ​ສົມ​ຂ້າມເຂດ​ຊາຍ​ແດນ” ໃນ​ປີ 2006 ເປັນ​ຕົ້ນ​ມາ, ການ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ຂ້າມ​ຊາດ​ຈີນ-ລາວ​ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 17 ປີ​ລຽນ​ຕິດ​ແລ້ວ ເຊິ່ງ​ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ​ ແລະ ປະ​ສົບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ ໃນ​ດ້ານ​ການ​ສ້າງ​ສາ​ແລວ​ທາງ​ນິ​ເວດ​ສາ​ກົນ​ສຳ​ລັບ​ພືດ ແລະ ສັດ​ປ່າ, ການ​ຕິດ​ຕາມ​ສະ​ພາບ​ຊີ​ວະ​ນາໆ​ພັນ, ການ​ອະ​ນຸ​ລັກ​ແລະການ​ຟື້ນ​ຟູ​ທີ່​ຢູ່​​ອາ​ໄສ​ຂອງ​ສັດ​ເປັນ​ຕົ້ນ.

ປັດ​ຈຸ​ບັນ, ສອງ​ປະ​ເທດ​ຈີນ​ແລະ​ລາວ​ໄດ້​ສ້າງ​ຕັ້ງ “ເຂດ​​ປ່າສະ​ຫງວນ​ຊີ​ວະ​ນາໆ​ພັນ​ຂ້າມ​ຊາດ​ປະ​ສົມ​ຈີນ-ລາວ” ທີ່​ຍາວ 220 ກິ​ໂລ​ແມັດ ແລະ ມີ​ເນື້ອ​ທີ່ 2 ແສນ​ເຮັກ​ຕາ, ໄດ້​ສ້າງ​ແລວ​ທາງ​ນິ​ເວດ​ສີ​ຂຽວ​ຢູ່​ຕາມ​ຊາຍ​ແດນ​ຈີນ​ແລະ​ລາວ. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂ້າມ​ຊາດ​ລະ​ຫວ່າງ​ສອງ​ຝ່າຍ ກໍ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຂອງ​ສອງ​ປະ​ເທດ ກໍ​ຄື​ຂອງ​ພາກ​ພື້ນ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາທ່ານ​ສົມ​ມາດ ພົນ​ເສ​ນາ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​, ທ່ານ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ນິ​ເວດ​ລາວ​ແລະ​ຈີນ ດ້ວຍ​ຄຳ​ສັບ “ຢູ່​ຮ່ວມ​ກັນ ແລະ ອະ​ນຸ​ລັກ​ຮ່ວມ​ກັນ” ໂດຍ​ກ່າວ​ວ່າ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ໄດ້​ເປັນ “ຜົນ​ງານ​ອັນ​ໂດດ​ເດັ່ນ​ໃນ​ດ້ານ​ການ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ”.

ປັດ​ຈຸ​ບັນ, ການ​ຊຸກ​ຍູ້​ກາ​ນ່​ຮວມ​ມື​ຄົບ​ວົງ​ຈອນ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ນິ​ເວດ​​ໄດ້ຖືກ​ຈັດ​ເຂົ້າ​ໃນ “ແຜນດຳ​ເນີນ​ງານໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ ​ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ”, ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ​ແລະ​ຈີນ​ຈະ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງກວ່າ​ເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments