Tuesday, May 14, 2024
Homeຂ່າວດ່ວນຫົວພັນ ຮ່ວມກັບພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂ ບັນຫາຜົນກະທົບຈາກໂຄງການຂຸດຄົ້ນແຮ່ຫາຍາກແບບທົດລອງ

ຫົວພັນ ຮ່ວມກັບພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂ ບັນຫາຜົນກະທົບຈາກໂຄງການຂຸດຄົ້ນແຮ່ຫາຍາກແບບທົດລອງ

ປັດຈຸບັນ, ແຂວງຫົວພັນ ເລັ່ງແກ້ໄຂ ບັນຫາປາຕາຍ ຢູ່ເຂດຫ້ວຍມັນ ແລະ ຫ້ວຍຕະບູນ ເຊິ່ງເປັນສາຂານ້ຳແວ່ນ ທີ່ເກີດຈາກ ການຂຸດຄົ້ນແຮ່ຫາຍາກແບບທົດລອງ ຢູ່ເຂດແວ່ນ ເມືອງຊຳເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ເຊິ່ງເກີດຈາກ ການລະບາຍນໍ້າເປື້ອນບັນຈຸສານເຄມີ ລົງຕາມຫ້ວຍນໍ້າ ເຮັດໃຫ້ເກີດມີປາຕາຍ ໂດຍທາງແຂວງ ໄດ້ຮີບຮ້ອນປະສານສົມທົບກັບກະ ຊວງທີ່ກ່ຽວຂ້ອງ ລົງຕິດຕາມ, ກວດກາ ເພື່ອຊອກຫາວິທີແກ້ໄຂ ຢ່າງເລັ່ງດ່ວນ ແລະ ຮີບຮ້ອນລົງເຮັດວຽກງານແນວຄິດກັບປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ສ້າງກະແສບິດເບືອນຄວາມເປັນຈິງ. ຕໍ່ກັບບັນຫາດັ່ງກ່າວ, ການນໍາແຂວງຫົວພັນ ໄດ້ລົງຕິດຕາມຢ່າງໃກ້ຊິດ ແລະ ໄດ້ຄົ້ນຄວ້າປຶກສາຫາລື ເພື່ອແກ້ໄຂເຫດການໃນສະເພາະໜ້າ ແລະ ຍາວນານ ໂດຍໄດ້ຮີບຮ້ອນດໍາເນີນການກວດກາຄືນ ລະບອບແບບແຜນວິທີເຮັດວຽກ ຂອງບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ໂດຍສະເພາະຄວາມຮັບຜິດຊອບທາງດ້ານວິຊາ ການຂອງແຕ່ລະພາກສ່ວນໃຫ້ສູງກວ່າເກົ່າ ເຊິ່ງໄລຍະຜ່ານມາ ວິຊາການປະຈຳໂຄງການ ຍັງບໍ່ສາມາດເກັບກໍາຂໍ້ມູນໄດ້ລະອຽດວ່າ ແຕ່ລະໂຄງການ ໄດ້ນຳເຂົ້າສານເຄມີປະເພດໃດ ແລະ ມີຈຳນວນປະລິມານໜ້ອຍຫລາຍປານໃດ. ດັ່ງນັ້ນ, ເມື່ອເກີດບັນຫາຂຶ້ນແລ້ວ ແມ່ນບໍ່ສາມາດອະທິບາຍຕໍ່ສັງຄົມໄດ້.

ພ້ອມກັນນີ້, ແຂວງຫົວພັນ ຍັງໄດ້ສະເໜີໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດໍາເນີນການກວດກາ ແລະ ຊຸກຍູ້ໃຫ້ບໍລິສັດ ປະກອບເອກະສານການປະເມີນຜົນກະທົບດ້ານສິ່ງແວດລ້ອມແບບລະອຽດ ເຖິງຈະແມ່ນໂຄງການແບບທົດລອງຂອງລັດຖະບານ ແຕ່ມີຄວາມຈຳເປັນ ຕ້ອງໄດ້ດຳເນີນງານຕາມລະບຽບການ ທີ່ໄດ້ກຳນົດໄວ້ ແລະ ໃຫ້ລົງມາສົມທົບກັບຂະແໜງການກ່ຽວຂ້ອງ ຂອງແຂວງຫົວພັນ ຊ່ວຍຄົ້ນຄ້ວາພິຈາ ລະນາ ແຕ່ງຕັ້ງຄະນະສະເພາະກິດເພື່ອກວດກາລະອຽດ ຜົນກະທົບໃນຄັ້ງນີ້ ໃຫ້ໄດ້ຂໍ້ມູນ ແລະ ຜົນສະຫລຸບ ທີ່ເຊື່ອຖືໄດ້ ເພື່ອຊີ້ແຈງຕໍ່ສັງຄົມ, ພ້ອມທັງຊີ້ນຳສະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລັ່ງໃນການວິໄຈ ຄຸນນະ ພາບນໍ້າ ທີ່ເກັບຕົວຢ່າງສົ່ງໄປວິໄຈ ໃນພາວະສຸກເສີນ ແລະ ເຄັ່ງຮ້ອນໃນໂລກສັງຄົມອອນລາຍ ເພື່ອນຳຂໍ້ມູນມາຊີ້ແຈງໃຫ້ທັນເວລາ ແລະ ສະເໜີໃຫ້ມີການປະສານກັບ ພາກສ່ວນທີ່ໄດ້ໃຫ້ຂໍ້ມູນວິໄຈນ້ຳຜ່ານມາ ເພື່ອຄວາມເປັນເອກະພາບໃນການເຜີຍ ແຜ່ ຕໍ່ສື່ສັງຄົມອອນລາຍ ໄປຕາມລະບຽບກົດໝາຍ ແລະ ໄດ້ສະເໜີ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່ ກວດກາຄືນ ການປະຕິບັດກົດໝາຍວ່າດ້ວຍແຮ່ທາດ ເພື່ອຮັບປະກັນໃນການແກ້ໄຂ ແລະ ການຊີ້ແຈງບັນຫາ ທີ່ເກີດຂຶ້ນຕໍ່ສັງຄົມ ແລະ ຄວາມຮັບປະກັນໃນຕໍ່ໜ້າ ຈະມີວິທີການແນວໃດ.

ປັດຈຸບັນ ໂຄງການຂຸດຄົ້ນແຮ່ທາດ ດັ່ງກ່າວ ໄດ້ຢຸດເຊົາຊົ່ວຄາວແລ້ວ ຕາມໜັງສືແຈ້ງການດ່ວນ ຂອງຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0919/ພບ.ຫກ ລົງວັນທີ 6 ມີນາ 2024. ສຳລັບຜົນວິໄຈຄຸນນະພາບນໍ້າ ແມ່ນຈະຖືກຮັບຮອງໃນວັນທີ 20 ມີນາ 2024, ພາຍຫລັງຊາບຜົນແລ້ວ, ສະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ຈະແຈ້ງເປັນລາຍລັກອັກສອນ ເຖິງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ແລະ ບໍລິສັດ ເພື່ອແຈ້ງຕໍ່ອຳນາດການປົກຄອງເມືອງ ແລະ ບ້ານຊາບ. ໃນກໍລະນີຫາກຜົນການວິໄຈນໍ້າ ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ບໍລິສັດຕ້ອງປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອດຳເນີນການຟື້ນຟູ ໃຫ້ກັບສູ່ສະພາບປົກກະຕິສາມາດນຳໃຊ້ໄດ້.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments