ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 8 ມັງກອນ 2026 ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີສະມາຊິກພັກສົມບູນ ທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ກ່າວສູນທອນພົດອັດກອງປະຊຸມ ໂດຍມີບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນຕົກລົງ ແລະ ຮັບຮອງເອົາທຸກໆບັນຫາ ພິເສດໄດ້ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ເຊິ່ງຈະເປັນໂຄງການການເມືອງ ທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນເພື່ອປະຊາຊົນ ນັ້ນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນເປັນການຢືນຢັນຕື່ມອີກ ກ່ຽວກັບຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການອັນສູງສຸດຂອງພັກ ກໍຄື ຄວາມຕັດສິນໃຈຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມຂອງພັກເຮົາ ໃນການນໍາພາປະເທດຊາດ ສູ່ຄວາມວັດທະນະຖາວອນ.
ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນ ຂອງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການ ຂອງພັກໃນເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫລຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສຳລັບບາດກ້າວເດີນຕໍ່ໄປ ຂອງປະເທດຊາດ. ນັ້ນຖືເປັນຂີດໝາຍສຳຄັນປະຫວັດສາດ ທີ່ພັກເຮົາ ກໍຄື ການນຳພັກເຮົາຮຸ່ນນີ້ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດຂອງພັກເຮົາ ສືບຕໍ່ດຳເນີນພາລະກິດປະຕິວັດ ສູ່ຈຸດໝາຍທີ່ວາງໄວ້ ຢ່າງໜັກແໜ້ນ.
ກອງປະຊຸມໃຫຍ່ຂອງພັກໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກ ສະບັບປັບປຸງ ເຊິ່ງເປັນທຳມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.
ກອງປະຊຸມເປັນເອກະສັນ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການ ສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນເອກະພາບເລືອກຕັ້ງ ກໍາມະການກົມການເມືອງສູນກາງພັກ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ; ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາ ສະຫາຍ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກເອົາຮອງປະທານຄະນະກວດກາສູນກາງພັກອີກ 6 ສະຫາຍ.