ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊພ້ອມດ້ວຍຄະນະມອບເງິນຈໍານວນ 100 ລ້ານກີບ ອຸປະຖໍາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ໃຫ້ກຽດຮັບໂດຍສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າອະນຸກໍາມະການງົບປະມານ ແລະ ການບໍລິຫານ ພ້ອມດ້ວຍຄະນະ.
