ພາຍໃຕ້ການນຳພາ-ຊີ້ນໍາຂອງສູນກາງພັກ ແລະ ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການເມືອງແຕ່ເທິງລົງລຸ່ມ, ການເຂົ້າຮ່ວມຂອງທົ່ວປວງຊົນລາວ ແລະ ການຮ່ວມມືສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ ສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງ.
ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ (ພັກ ປປລາວ) ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປລາວໃນວັນທີ 6 ມັງກອນ, ສະເໜີໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປລາວ, ປະທານປະເທດແຫ່ງສປປ ລາວໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ, ເຖິງວ່າສະພາບແວດລ້ອມຂອງໂລກໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫຼັບສັບຊ້ອນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ ລວມເຖິງປະເທດເຮົາດ້ວຍ. ໃນ 5 ປີຜ່ານມາ, ປະເທດເຮົາໄດ້ປະເຊີນໜ້າກັບສະ ພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງຮອບດ້ານຢ່າງເນື່ອງນິດລຽນຕິດ. ໃນເວລາດຽວກັນຄວາມຫຍໍ້ທໍ້ໃນສັງຄົມກໍ່ເກີດຂຶ້ນຕາມໆມາ, ແຕ່ດ້ວຍການນຳພາຊີ້ນໍາທີ່ເປັນເອກະພາບສູງຂອງສູນກາງພັກ, ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການ ເມືອງແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນລາວ, ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ, ພວກເຮົາສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສຳເລັດຫຼາຍປະການ ເປັນທີ່ໜ້າພາກພູມໃຈ, ເສດຖະກິດຂອງປະເທດ. ເວົ້າລວມຍັງຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ, ສະຖຽນລະພາບຂອງເສດຖະກິດມະຫາພາກມີບາດກ້າວດີຂຶ້ນ ສາມາດຄວບຄຸມໄດ້ໄພເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ, ເສດຖະກິດຂອງປະເທດກຳລັງຟື້ນຕົວ ແລະ ໄດ້ມີພື້ນຖານໃນທາງບວກຫຼາຍຂຶ້ນ.
ຜົນສຳເລັດທີ່ພົ້ນເດັ່ນ ແມ່ນພວກເຮົາສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ສັງຄົມ ມີຄວາມສະຫງົບປອດໄພໂດຍພື້ນຖານ ສາມາດສະກັດກັ້ນ ແລະ ຕ້ານທຸກການທຳລາຍມ້າງເພທີ່ເລິກແລບຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຕໍ່ປະເທດເຮົາ; ສະກັດກັ້ນ ແລະ ແກ້ໄຂບັນດາເຫດການຫຍໍ້ທໍ້ໃນສັງຄົມ, ກໍາລັງ ປກຊ-ປກສ ເປັນຫຼັກແຫຼ່ງຮ່ວມກັນທຸກກຳລັງພາຍໃນຊາດ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຖືເປັນສະໜາມຮົບ ໜຶ່ງທີ່ດຸເດືອດ ແຕ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍດ້ວຍຜົນສໍາເລັດເປັນຢ່າງດີ, ກໍາລັງປະກອບອາວຸດຍາມໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ເຊິ່ງໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານເປັນກ້າວໆມາ, ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານທີ່ເປັນພື້ນຖານ, ສາມາດປະຄັບປະຄອງເສດຖະກິດມະຫາພາກບໍ່ໃຫ້ຕົກເຂົ້າສູ່ພາວະວິກິດການ. ໄດ້ດຳເນີນບັນດາມາດຕະການຕ່າງໆທີ່ມີຈຸດສຸມ ດ້ວຍການປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງເສດຖະກິດທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນເປັນທັນສະ ໄໝໄດ້ຈໍານວນໜຶ່ງ, ອັດຊ່ອງຫວ່າງການຮົ່ວໄຫຼງົບປະມານຂອງລັດທຸກລະດັບໄດ້ດີຂຶ້ນ, ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳນວນໜຶ່ງຢ່າງຈິງຈັງ, ຂະຫຍາຍການຜະລິດເປັນສິນຄ້າຕິດພັນກັບການປຸງແຕ່ງ, ສ້າງມູນຄ່າເພີ່ມ; ລະບົບໂຄງລ່າງພື້ນຖານໃໝ່ຈໍານວນໜຶ່ງໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ ເຮັດໃຫ້ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດຂອງພວກເຮົາໄດ້ມີບາດກ້າວບຸກທະລຸໃໝ່.
