Home ຂ່າວໜ້າໜຶ່ງ 5 ປີຕໍ່ໜ້າຂະແໜງການຕ່າງປະເທດ ຈະນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ

5 ປີຕໍ່ໜ້າຂະແໜງການຕ່າງປະເທດ ຈະນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ

0

ໃນໄລຍະ 5 ປີຜ່ານມາ, ຂະແໜງການຕ່າງປະເທດໄດ້ທົບທວນຄືນຜົນງານການຈັດຕັ້ງປະຕິບັດມະຕິ XI ຂອງພັກ. ພ້ອມດຽວກັນນັ້ນ ກໍໄດ້ວາງແຜນການໃນອີກ 5 ປີຕໍ່ໜ້າ ໂດຍສະເພາະການນໍາພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ທ່ານ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້ວ່າ: ຕະຫຼອດໄລຍະຜ່ານມາ, ຂະແໜງການຕ່າງປະເທດໄດ້ຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ເຖິງແມ່ນວ່າສະພາບການສາກົນໃນປັດຈຸບັນຈະມີຄວາມສັບສົນ ແລະ ຜັນແປຢ່າງໄວວາ ແຕ່ພວກເຮົາກໍໄດ້ພະຍາຍາມສ້າງ ສາຍພົວພັນກັບສາກົນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ການສ້າງສາພັດທະນາປະເທດຊາດ.

ທ່ານ ໄມທອງ ທຳມະວົງສາ ກ່າວຕື່ມວ່າ: ການນຳພາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາແມ່ນຄວາມມຸ່ງຫວັງຂອງພັກ-ລັດ ແລະ ປະຊາຊົນລາວຊຶ່ງໄດ້ວາງແຜນການ ແລະ ເປົ້າໝາຍມາຢ່າງຍາວນານ ແຕ່ອົງການສະຫະປະຊາຊາດໄດ້ກໍານົດ 3 ດັດສະນີໝາຍຕົ້ນຕໍໃນການວັດແທກຄື: ລາຍຮັບແຫ່ງຊາດ, ດັດສະນີຊັບສິນມະນຸດ, ຄວາມອ່ອນໄຫວທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ. ຜ່ານຜົນການປະເມີນຂອງ ສປປ ລາວໃນປີ 2018 ຜ່ານໄດ້ 2 ດັດສະນີໝາຍ, ປີ 2021 ຜ່ານໄດ້ທັງ 3 ດັດສະນີໝາຍ, ປີ 2024 ສາ ມາດບັນລຸໄດ້ທັງ 3 ຄາດໝາຍຢ່າງຕໍ່ເນື່ອງ. ດັ່ງນັ້ນ, ໃນປີ 2026 ອົງການສະຫະປະຊາຊາດຈະປະກາດໃຫ້ ສປປ ລາວອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ເຖິງຢ່າງໃດກໍຕາມການອອກຈາກປະເທດດ້ອຍພັດທະນາບໍ່ໄດ້ໝາຍຄວາມວ່າທຸກຄົນຈະພົ້ນທຸກໃນທັນທີ ແຕ່ມັນແມ່ນການບັນລຸຕາມມາດຕະຖານສະເລ່ຍທີ່ສາກົນກໍານົດໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version