Home ຂ່າວໜ້າໜຶ່ງ ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ Xll ຂອງພັກ

ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ Xll ຂອງພັກ

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີສົ່ງຜູ້ແທນອົງຄະນະພັກແຂວງໄຊຍະບູລີ ສະໄໝທີ Vlll ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ມີຂຶ້ນໃນວັນທີ 4 ມັງກອນ 2026 ທີ່ເດີ່ນຫ້ອງວ່າການແຂວງໄຊຍະບູລີ, ອອກສົ່ງຄະນະນຳຂອງແຂວງໃນຄັ້ງນີ້ ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກແຂວງ, ມີບັນດາພະແນກການ, ເລຂາທິການສະພາປະຊາຊົນແຂວງ, ອົງການ, ກົມກອງ, ຫ້ອງການ, ລັດວິສາຫະກິດອ້ອມຂ້າງແຂວງ ພ້ອມດ້ວຍນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ຄະນະຜູ້ແທນອົງຄະນະພັກແຂວງໄຊຍະບູລີ ສະໄໝທີ VIII ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມີທັງໝົດ 27 ທ່ານ ຍິງ 4 ທ່ານ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງໄຊຍະບູລີ 20.797 ສະຫາຍ. ນໍາໂດຍ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້ ທີ່ນະຄອນຫລວງວຽງຈັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version