Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຮອງນາຍົກລັດຖະມົນຕີ ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

0

ໃນວັນທີ 5 ມັງກອນ 2026 ນີ້, ໄດ້ມີພິທີມອບ-ຮັບເງິນ ເພື່ອຊຸກຍູ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ, ຕາງໜ້າລັດຖະບານຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການງົບປະມານ ແລະ ບໍລິຫານ ໂດຍມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງການເງິນ, ຜູ້ຕາງໜ້າຫ້ອງວ່າການສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາກສ່ວນທີ່ນຳເອົາເງິນມາມອບໃນຄັ້ງນີ້, ປະກອບມີຄື: ກຸ່ມບໍລິສັດລາວໂທລະຄົມ ຈຳນວນ 1,2 ຕື້ກີບ, ຊຶ່ງມອບໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດລາວໂທລະຄົມ ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ຈຳນວນ 1 ຕື້ກີບ, ມອບໂດຍ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳຈຳກັດ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນມາມອບໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການດຳ ເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີຄວາມໂລ່ງລ່ຽນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ຢືນຢັນວ່າ ຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້ ໄປນຳໃຊ້ໃຫ້ສອດຄ່ອງກັບຈຸດປະສົງ-ເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ.

ຂ່າວ-ພາບ: ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version