Home ຂ່າວໜ້າໜຶ່ງ ສານອວຍພອນປີໃໝ່ສາກົນ ຄສ 2026 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ

ສານອວຍພອນປີໃໝ່ສາກົນ ຄສ 2026 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ

0

ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ໄກ ທີ່ນັບຖື ຮັກແພງທັງຫລາຍ, ໃນໂອກາດອັນສະຫງ່າລາສີ ທີ່ພວກເຮົາກຳລັງພ້ອມກັນສົ່ງທ້າຍປີເກົ່າ ຄສ 2025 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2026 ທີ່ມາເຖິງນີ້, ໃນນາມການນຳຂອງພັກ ແລະ ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍ ພອນອັນປະເສີດມາຍັງ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າທີ່ກຳລັງດຳລົງຊີວິດຢູ່ພາຍໃນປະເທດ, ລວມທັງພີ່ນ້ອງຊາວລາວທີ່ກຳລັງດຳລົງຊີວິດຢູ່ຕ່າງປະເທດ. ພ້ອມດຽວກັນນີ້, ຂໍສົ່ງຄໍາອວຍພອນ ແລະ ຄວາມປາຖະໜາດີ ໄປຍັງ ເພື່ອນມິດສາກົນ ຈົ່ງມີຄວາມສຸກ ແລະ ຄວາມເປັນສິລິມຸງຄຸນໃນຊີວິດ ມານະໂອກາດນີ້ດ້ວຍ.

ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດ ທີ່ຮັກແພງ!

ປີ 2025 ທີ່ກໍາລັງຜ່ານພົ້ນໄປນີ້ ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ສຳລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ທີ່ໄດ້ພ້ອມກັນສະເຫລີມສະຫລອງ ບັນດາເຫດການປະຫວັດສາດ ຂອງພັກ, ຂອງຊາດເຮົາຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ, ຄວາມເບີກບານມ່ວນຊື່ນ ແລະ ຄວາມເອກອ້າງທະນົງໃຈ. ພ້ອມກັນນັ້ນ, ປີ 2025 ກໍເປັນອີກປີໜຶ່ງທີ່ປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບອັນໃຫຍ່ຫລວງ, ແຕ່ກໍຜ່ານພົ້ນໄປໄດ້ໂດຍດີ ແລະ ຍັງຍາດໄດ້ຜົນສຳເລັດຫລາຍດ້ານ ທີ່ເປັນພື້ນຖານ ເປັນຕົ້ນ ຮັກສາໄດ້ສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຟື້ນຕົວ ແລະ ຂະຫຍາຍຕົວດ້ວຍຈັງຫວະທີ່ດີຂຶ້ນ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນກໍໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ.

ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ທີ່ປວງຊົນລາວເຮົາຮັກສາໄດ້ມູນເຊື້ອແຫ່ງຄວາມເປັນຈິດໜຶ່ງໃຈດຽວ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປີທີ່ຜ່ານມາ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອ ສະໜັບສະໜູນ ຂອງເພື່ອນມິດສາກົນ ເຂົ້າໃນຜົນສຳເລັດດັ່ງກ່າວ ຂອງ ສປປ ລາວ ໃນປີຜ່ານມາ.

ພີ່ນ້ອງຮ່ວມຊາດ, ບັນດາເພື່ອນມິດ ທີ່ ຮັກແພງທັງຫລາຍ, ປີໃໝ່ 2026 ນີ້, ປະເທດຊາດຂອງພວກເຮົາ ຈະກ້າວເຂົ້າສູ່ບັນດາເຫດການການເມືອງທີ່ສຳຄັນທີ່ຈະດຳ ເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ພ້ອມກັນນັ້ນ, ກໍເປັນປີເປີດສາກການຜັນຂະຫຍາຍໂຄງການການເມືອງຂອງພັກ ສະບັບທີ III ແລະ ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ຂ້າພະເຈົ້າ ຂໍຖືໂອກາດນີ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ສຸມທຸກກໍາລັງແຮງ ແລະ ສະຕິປັນຍາ ເຂົ້າໃນການສ້າງການຫັນປ່ຽນໃໝ່ຢ່າງແທ້ຈິງ ບົນຈິດໃຈບຸກບືນສູ້ຊົນ, ຍົກສູງສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງຢ່າງແຂງແຮງ, ພ້ອມກັນພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ຂອງພວກເຮົາ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ໃນໂອກາດປີໃໝ່ອັນເປັນສິລິມຸງຄຸນນີ້, ຂໍອວຍພອນໃຫ້ ພໍ່ແມ່ພີ່ນ້ອງທຸກທົ່ວໜ້າ ແລະ ຂໍສົ່ງຄຳອວຍ ພອນອັນປະເສີດ ໄປຍັງເພື່ອນມິດທັງຫລາຍ ໃນທົ່ວໂລກ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມສຸກສັນຕິ.

ຂໍໃຫ້ປີ 2026 ເປັນປີແຫ່ງຄວາມຫວັງໃໝ່ ທີ່ຈະເຫັນປະຊາຊົນໃນທົ່ວໂລກ ຂອງພວກເຮົາ ໄດ້ດຳລົງຊີວິດຢູ່ຮ່ວມກັນ ພາຍໃຕ້ທ້ອງຟ້າສີຄາມແຫ່ງສັນຕິພາບຕະຫລອດປີໃໝ່ ແລະ ຕະຫລອດໄປເທີ້ນ.

ໂຊກດີປີໃໝ່!

ຂໍຂອບໃຈ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version