Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ໂອ້ລົມຕໍ່ພິທີສະເຫຼີມສະຫຼອງ 60 ປີວຽກງານກະສິກຳ ແລະ ປ່າໄມ້

ທ່ານ ນາຍົກລັດຖະມົນຕີ ໂອ້ລົມຕໍ່ພິທີສະເຫຼີມສະຫຼອງ 60 ປີວຽກງານກະສິກຳ ແລະ ປ່າໄມ້

0

ໃນຕອນເຊົ້າວັນທີ 29 ທັນວາ 2025, ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ລາວ-ຍີ່ປຸ່ນ (ສູນ ICTC) ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງ ການພັດທະນາວຽກງານກະສິກໍາ ແລະ ປ່າໄມ້ (15 ພຶດສະພາ 1965 -15 ພຶດສະພາ 2025), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ; ບັນດາທ່ານ ລັດຖະມົນຕີ, ເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ອະດີດການນຳ ຂອງຂະແໜງກະສິກໍາ ແລະ ປ່າໄມ້, ພະນັກງານຫຼັກແຫຼ່ງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສະເໜີໃຫ້ຮູ້ ກ່ຽວກັບ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ ໂດຍສະເພາະ ການຜະລິດກະສິກຳ ແມ່ນໄດ້ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວ ແຕ່ສະໄໝບູຮານ ຈົນເຖິງປັດຈຸບັນ, ໂດຍເລີ່ມຈາກການເກັບເດັດ-ລ່າສັດ ຕາມທຳມະຊາດ ມາເປັນການປູກຝັງ-ລ້ຽງສັດ ເພື່ອລ້ຽງຊີບ, ມີການແບ່ງງານໃນສັງຄົມ, ມີການຈັດລະບົບການຜະລິດ ແລະ ມີນະໂຍບາຍການຄຸ້ມຄອງການຜະລິດ ເຮັດໃຫ້ການຜະລິດ ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ຢ່າງຕໍ່ເນື່ອງ, ມີການພົວພັນແລກປ່ຽນ-ຊື້ຂາຍຜົນຜະລິດ ອັນເປັນເງື່ອນໄຂພື້ນຖານ ເຮັດໃຫ້ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໄດ້ຮັບການປັບປຸງ, ເສີມຂະຫຍາຍ ເປັນກ້າວໆມາ. ຕະຫຼອດໄລຍະ 5 ປີ ຜ່ານມາ ການຂະຫຍາຍຕົວຂອງຂະແໜງກະສິກຳ ສະເລ່ຍ 2.75% ຕໍ່ປີ ແລະ ໄດ້ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍ 19%; ສາມາດຄໍ້າປະກັນສະບຽງອາຫານພາຍໃນ ໄດ້ໂດຍພື້ນຖານ; ສະເລ່ຍຜະລິດພືດສະບຽງ ໄດ້ 6.75 ລ້ານໂຕນຕໍ່ປີ; ການຜະລິດເປັນສິນຄ້າ ນັບມື້ມີການຂະຫຍາຍຕົວ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ, ລາຍການສິນຄ້າ ແລະ ຜະລິດຕະພັນສິນຄ້າກະສິກຳ ສົ່ງອອກກໍ່ເພີິ່ມຂຶ້ນເປັນລຳດັບ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງຂະແໜງການກຳສິກຳ ແລະ ປ່າໄມ້ ໃນໄລຍະຜ່ານມາ, ໂດຍໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງ ວຽກງານກະສິກຳ ແລະ ປ່າໄມ້ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ. ອັນສຳຄັນ ທ່ານໄດ້ມີຄຳເຫັນຊີ້ນຳບາງຈຸດ ເປັນຕົ້ນ: ສືບຕໍ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ; ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນວຽກງານຂອງຕົນ ເພື່ອຍົກສະມັດຕະພາບການຜະລິດ ໃຫ້ສູງຂຶ້ນ; ເອົາໃຈໃສ່ຕໍ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາປະເທດ ຕາມທິດສີຂຽວ ແລະ ຍືນຍົງ; ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາທີ່ດິນ ໃຫ້ມີປະສິດທິຜົນກວ່າເກົ່າ, ທັງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຂົງເຂດວຽກງານທີ່ດິນ, ແຫຼ່ງນໍ້າ ແລະ ສິ່ງແວດລ້ອມ ໃຫ້ຫຼຸດໜ້ອຍຖອຍລົງ; ເປັນເຈົ້າການປະສານສົມທົບກັບ ຂະແໜງການກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງ ພາກທຸລະກິດ ບໍລິຫານຈັດການນໍ້າແບບລວມສູນ ແລະ ມີປະສິດທິຜົນກວ່າເກົ່າ; ກຳນົດແຜນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດສັນພູມລໍາເນົາ, ອາຊີບຄົງທີ່ ໃຫ້ປະຊາຊົນ ເພື່ອການຫຼຸດຜ່ອນບັນຫາປະຊາຊົນ ຍົກຍ້າຍຖິ່ນຖານ ບໍ່ຖືກຕ້ອງ, ເມື່ອຈັດສັນພູມລຳເນົາ ແລະ ອາຊີບໃໝ່ແລ້ວ ຕ້ອງເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ດີຂຶ້ນຢ່າງຕໍ່ເນື່ອງ ໂດຍເຮັດຢ່າງແຂງແຮງ, ມີຈຸດສຸມ, ມີໂຄງການຈະແຈ້ງ, ທັງດູດດຶງນັກລົງທຶນ-ຜູ້ປະກອບການ ມີສ່ວນຮ່ວມແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ຫຼາຍຂຶ້ນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຫຼັງຈາກສໍາເລັດພິທີ, ທ່ານ ຍັງໄດ້ຢ້ຽມຊົມການວາງສະແດງຜະລິດຕະພັນກະສິກຳ-ປ່າໄມ້ ແລະ ອຸປະກອນເຕັກນິກ ຮັບໃຊ້ຂົງເຂດວຽກງານດັ່ງກ່າວ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version