Home ຂ່າວຕ່າງປະເທດ ອາຊຽນ ຈະຈັດກອງປະຊຸມກ່ຽວກັບສະພາບການ ໄທ-ກຳປູເຈຍ ໃນວັນທີ 22 ທັນວານີ້

ອາຊຽນ ຈະຈັດກອງປະຊຸມກ່ຽວກັບສະພາບການ ໄທ-ກຳປູເຈຍ ໃນວັນທີ 22 ທັນວານີ້

0

ວິທະຍຸກະຈາຍສຽງຫວຽດນາມ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄາດວ່າຈະຈັດກອງປະຊຸມ ກ່ຽວກັບສະພາບການໄທ ແລະ ກຳປູຈຍ ຢູ່ນະຄອນຫລວງກົວລາລຳເປີ ໃນວັນທີ 22 ທັນວານີ້ ເພື່ອຊອກຫາວິທີຫລຸດຜ່ອນຄວາມເຄັ່ງຕຶງຢູ່ລຽບຕາມເສັ້ນຊາຍແດນໄທ-ກຳປູເຈຍ. ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ: ການນຳຂອງໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມນັ້ນກໍ່ໃຫ້ຮູ້ຕື່ມທັດສະນະລວມຂອງລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດອາຊຽນ ຈະສວມບົດບາດສຳຄັນໃນການເກ້ຍກ່ອມໃຫ້ທັງສອງຝ່າຍຫລຸດຜ່ອນຄວາມເຄັ່ງຕຶງ. ທ່ານ ອັນ ວາ ໄດ້ເວົ້າວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ເຫັນດີເປັນເອກະພາບກັບກຸ່ມປະເທດສັງເກດການຂອງອາຊຽນ, ໃນນັ້ນ, ທ່ານນາຍົກລັດຖະມົນຕີໄທ ແລະ ກຳປູເຈຍ ລ້ວນແຕ່ຫວັງວ່າຈະສາມາດບັນລຸວິທີການແກ້ໄຂ ໂດຍສັນຕິວິທີໄດ້ຍິ່ງໄວກໍຍິ່ງດີ. ພ້ອມທັງໄດ້ສະແດງຄວາມຫວັງວ່າບັນດາຝ່າຍຈະສາມາດບັນລຸໄດ້ຂໍ້ຕົກລົງໃນການປະຊຸມຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version