Home Uncategorized ທາດແທ້ວິທີການປະຕິບັດຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນແມ່ນສະແຫວງຫາສັດຈະທຳຈາກຄວາມເປັນຈິງ

ທາດແທ້ວິທີການປະຕິບັດຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນແມ່ນສະແຫວງຫາສັດຈະທຳຈາກຄວາມເປັນຈິງ

0

ວິທະຍຸ-ໂທລະພາບ ສູນກາງພັກ, ເມື່ອບໍ່ດົນມານີ້, ກອງ​ປະ​ຊຸມ ​ວຽກ​ງານ​ ເສດ​ຖະ​ກິດ ​ຂັ້ນ​ສູນ​ກາງ​ຂອງ​ສປ ຈີນ ໄດ້​ໄຂ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ ​ປັກ​ກິ່ງ ຂອງ ສປ ຈີນ. ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ​ໄດ້​ກ່າວ​ຄຳ​ປາ​ໄສ​ ສຳ​ຄັນ ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ເພິ່ນ​ໄດ້​ລົງ​ເລິກ ​ວິ​ເຄາະ​ວິ​ທີ​ການ​ເຮັດ​ວຽກ ​ເສດ​ຖະ​ກິດ​ໃຫ້​ດີວ່າ: “ຫລາຍ​ປີ​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ ໄດ້​ເນັ້ນ​ໜັກ​ຫລາຍ​ເທື່ອ​ ກ່ຽວ​ກັບ​ວິ​ທີ​ການ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ”. “ທິດ​ທາງ, ໜ້າ​ທີ່, ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ ​ກ່ຽວ​ກັບ​ ວຽກ​ງານ​ເສດ​ຖະ​ກິດ​ໃນ​ປີ​ໜ້າ ​ແມ່ນ​ໄດ້ວາງ​ອອກ​ ໂດຍ​ຜ່ານ​ການ​ພິ​ສູດ ຢ່າງ​ເຕັມ​ສ່ວນ ​ແລະ ​ຄົ້ນ​ຄວ້າ ​ເທື່ອ​ແລ້ວ ​ເທື່ອ​ອີກ. ເມື່ອ​ຕົກ​ລົງ​ແລ້ວ ​ກໍ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໃຫ້​ເປັນ​ຮູບ​ປະ​ທຳ.” “ໃນ​ເວ​ລາ​ ຈັດ​ຕັ້ງ​ປະ​ຕິ​ບັດ​ ຕ້ອງ​ສົມ​ທົບ​ກັບ​ ສະ​ພາບ​ຄວາມ​ເປັນ​ຈິງ ແລະ ​​ວາງ​ມາດ​ຕະ​ການ ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ຂອງ​ທ້ອງ​ຖິ່ນ”.

ການ​ປະ​ຕິ​ບັດ ແຜ​ນ​ພັດ​ທະ​ນາ ​ເສດ​ຖະ​ກິດ ​ສັງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 14 ​ຂອງ​ ສປ ຈີນ​ ໃກ້​ຈະ​ສຳ​ເລັດ​ລົງ, ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ປະ​ຕິ​ບັດ ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ ​ປະ​ການ​ທີ 2 ໄດ້​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ. ເມື່ອ​ກ້າວ​ໄປ​ສູ່​ ໄລ​ຍະ​ການ​ປະ​ຕິ​ບັດແຜນ​ການ 5 ປີ​ຄັ້​ງ​ທີ15(2026-2030), ໂອ​ກາດ​ທາງ​ຍຸດ​ທະ​ສາດ ​ແລະ ​ຄວາມ​ສ່ຽງ​ສິ່ງ​ທ້າ​ທາຍ​ ແມ່ນ​ຄົງ​ຕົວ​ ພ້ອມ​ກັນ, ປັດ​ໄຈ​ບໍ່​ແນ່ນອນ ​ແລະ ​ຄາດ​ຄະ​ເນ​ໄດ້​ຍາກ​ໄດ້​ເພີ່ມ​ຂຶ້ນ, ສະ​ພາບ ​ການ​ພັດ​ທະ​ນາ ​ມີ​ຄວາມ​ສະຫລັບ ​ສັບ​ຊ້ອນ​ຫລາຍ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ ສີ ​ຈິ້ນ​ຜິງ ໄດ້​ກ່າວ​ວ່າ: “ສະ​ພາບ​ ການ​ຍິ່ງ​ ສະ​ຫລັບ ​ສັບ​ຊ້ອນ, ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ​ ການ​ນຳ​ພາ​ຂອງ​ພັກ​ ເພື່ອ​ກາຍ​ເປັນ ​ຈິດ​ໃຈ​ແນວ​ຄິດ ​ເປັນ​ເອ​ກະ​ພາບ​ກັນ​ ແລະ ​ກຳ​ລັງ​ແຮງ​ສັ​ງ​ລວມ ​ອັນ​ເຂັ້ມ​ແຂງ.” ໂດຍ​ສຸມ​ໃສ່​ຫົວ​ຂໍ້ “ຄວນ​ເພີ່ມ​ທະ​ວີ​ ການ​ນຳ​ພາ​ ຢ່າງ​ຮອບ​ດ້ານ​ ຂອງ​ພັກ​ຕໍ່​ວຽກ​ງານ​ເສດ​ຖະ​ກິດ​” ຄື​ແນວ​ໃດ, ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ໃຫ້ຄວາມ​ສຳ​ຄັນ ດ້ວຍການວິ​ເຄາະ ​ຢ່າງ​ລະ​ອຽດເລິກ​ເຊິ່ງ, ໃນ​ນີ້ ຂໍ​ກຸນ​ແຈ​ ສຳ​ຄັນ ຈຸດ​ໜຶ່ງ ທີ່​ເພິ່ນ​ໄດ້​ເນັ້ນ​ໜັກ ​ເປັນ​ພິ​ເສດ​ກໍ​ແມ່ນ “​ວິ​ທີ​ການ​ປະ​ຕິ​ບັດ​ ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ” ຄື:

ໜຶ່ງ: “ການ​ພັດ​ທະ​ນາ​ ກຳ​ລັງ​ການ​ຜະ​ລິດ​ ໃນ​ຄຸນ​ນະ​ພາບ​ໃໝ່​ ຕ້ອງ​ປະ​ຕິ​ບັດ​ ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ.”ທ່ານ​ ສີ ​ຈິ້ນ​ຜິງ ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ບາງ​ທ້ອງ​ຖິ່ນ ​ບໍ່​ເອົາ​ຫົວ​ຊາ​ ນຳ​ສະ​ພາບ​ຕົວ​ຈິງ, ເຫີ່​ຕາມກະ​ແສ​ນິ​ຍົມ ​ຢ່າງ​ຫລັບ​ຫູ ​ຫລັບ​ຕາ. ເມື່ອ​ເຫັນ​ຜູ້​ອື່ນເຂົາ​ ພັດ​ທະ​ນາ​ ແຜ່ນ​ຊິບ, ຕົນ​ເອງ​ກໍ​ເຮັດ​ນຳ. ເຫັນ​ຜູ້​ອື່ນເຂົາ ພັດ​ທະ​ນາສິນ​ຄ້າໃໝ່ ​ສາມ​ຢ່າງ​ສົ່ງ​ອອກ​ (ລົດ​ພະ​ລັງ​ງານ​ໄຟ​ຟ້າ, ແບັດ​ເຕີ​ຣີລີ​ທຽມ, ແບັດ​ເຕີ​ຣີ​ພະ​ລັງ​ງານ ​ແສງ​ຕາ​ເວັນ)” ຕົນ​ເອງ​ ກໍໄປ​ເຮັດ​ນຳ ​ໂດຍ​ບໍ່​ຍອມຖືກ​ປະ​ຖິ້ມ​ຢູ່​ຂ້າງ​ຫລັງ.” ຕໍ່​ກັບປະ​ກົດການ ​ຈຳ​ນວນ​ໜຶ່ງ, ທ່ານ ສີ​ ຈິ້ນ​ຜິງ ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ ທີ່​ມີ​ຊີ​ວິດ​ ຊີ​ວາ​ມາ​ພັນ​ລະ​ນາ​ວ່າ: “ສິ່ງ​ທີ່​ມີ​ຊີ​ວິດ​ມີ​ຄວາມ​ຫລາກ​ຫລາຍ, ​ແຕ່​ລະເຂດ​ແຄວ້ນ​ ມີ​ຄວາມ​ແຕກ​ຕ່າງ​ກັນ, ປຽບ​ເໝືອນ ​ຄົນ​ເຮົາ​ ມີທັງ​ຜູ້​ເຖົ້າ​ ແລະ ຊາວ​ໜຸ່ມ,​ ບາງ​ຄົນ​ອາ​ຍຸ​ນ້ອຍ ແລະ​​ ບາງ​ຄົນ​​ອາ​ຍຸ​ສູງ, ເປັນ​ຫຍັງ​ຈຶ່ງ​ພາ​ກັນ ​ເລືອກ​ເຮັດ​ວຽກ ​ດຽວ​ກັນ?”

ສອງ: “ການອະ​ນຸ​ລັກ ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ​ ຕ້ອງ​ປະ​ຕິ​ບັດ​ ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ.”ການ​ແກ້​ໄຂ​ ບັນ​ຫາ​ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ​ ເສື່ອມ​ໂຊມ ​ຕ້ອງປະ​ຕິ​ບັດ​ຕາມ​ຫລັກ​ການ ອີງ​ໃສ່​ສະ​ພາບ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ເຂດ​ແຄວ້ນ​ຕ່າງໆ​ ເພື່ອ​ພັດ​ທະ​ນາ ​ການ​ປູກ​ຕົ້ນ​ໄມ້​ ສ້າງ​ໃຫ້​ເປັນ​ປ່າ, ພັດ​ທະ​ນາ​ ການ​ລ້ຽງ​ສັດ​ ຢູ່ທົ່ງ​ຫຍ້າ,​ ປັບ​ປຸງ ​ແລະ ​ນຳ​ໃຊ້ທະ​ເລ​ຊາຍ​, ຄຸ້ມ​ຄອງ​ເຂດ​ຮົກ​ເຮື້ອ​ກັນ​ດານ​ແບບ​ອະ​ນຸ​ລັກ; ໃນ​ການ​ອະ​ນຸ​ລັກ ​ແລະ ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ນ້ຳ, ຕ້ອງອີງ​ຕາມ​​ເງື່ອນ​ໄຂຊັບ​ພະ​ຍາ​ກອນ​ນ້ຳ ​ເພື່ອ​ກຳ​ນົດ​ການ​ຜັງ​ເມືອງ, ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ, ຄວບ​ຄຸມ​ຂະ​ໜາດ​ປະ​ຊາ​ກອນ ​ແລະ ​ອຸດ​ສາ​ຫະ​ກຳ. ເມື່ອ​ເວົ້າ​ເຖິງວິ​ທີ​ການ​ຕົວ​ຈິງ​ເຫຼົ່າ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ມີ​ຂໍ້​ສະ​ຫລຸບ​ວ່າ: “ການ​ພັດ​ທະ​ນາ ​ຂອງ​ມະ​ນຸດ ​​ກໍ​ແມ່ນ​ ຂະ​ບ​ວນ​ການ ທີ່​ຢູ່​ຮ່ວມ​ກັນ​ກັບ​ ທຳ​ມະ​ຊາດ, ການ​​ຮ່າວ​ເຮັດ​ແບບຫ່າງ​ເຫີນ ຈາກ​ສະ​ພາບ​ຄວາມ​ເປັນຈິງ ແມ່ນ​ເປັນ​ໄປ​ບໍ່​ໄດ້”

ສາມ: “ການ​ປັບ​ປຸງ​ ຫ້ອງ​ນ້ຳ​ຢູ່​ຊົນ​ນະ​ບົດ ​ກໍຕ້ອງ​ປະ​ຕິ​ບັດ​ ຕາມ​ເງື່ອນ​ໄຂ ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ ​ເຊັ່ນ​ກັນ.”ຕໍ່​ກັບ​ບັນ​ຫາ​ການ​ປັບ​ປຸງ ​ຫ້ອງ​ນ້ຳ​ ຢູ່​ເຂດ​ຊົນ​ນະ​ບົດ ​ທີ່​ຕິດ​ພັນ​ກັບ​ຊີ​ວິດ​ ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ທ່ານ​ ສີ​ຈິ້ນ​ຜິງ ໄດ້​ມີ​ການ​ຄົ້ນ​ຄວ້າ ​ວິ​ເຄາະຢ່າງ​ເລິກ​ເຊິ່ງ: “ເຂດ​ແຄວ້ນ​ພາກເໜືອ ​ແລະ ​ພາກ​ໃຕ້ຂອງ​ປະ​ເທດ​ ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ ຊິ​ປັບ​ປຸງ​ຫ້ອງ​ນ້ຳ​ ໃນ​ຮູບ​ແບບ​ດຽວ​ກັນ ​ໄດ້​ແນວ​ໃດ? ຢູ່​ເຂດ​ທະ​ເລ​ຊາຍ​ແດນ​ຮົກເຮື້ອ ​ກັນ​ດານ​ ມີ​ຄົນ​ຢູ່​ບໍ່​ເທົ່າ​ໃດ​ຄອບ​ຄົວ, ການກໍ່​ສ້າງ​ຫ້ອງ​ນ້ຳ​ ດ້ວຍມາດ​ຕະ​ຖານ ​ເຊັ່ນດຽວ​ກັນ ມັນ​ຈຳ​ເປັນ​ບໍ່? ບໍ່​ຄວນ​ເຮັດ​ໃຫ້​ໂຄງ​ການເພື່ອ​​ຕາມ​ໃຈ​ປາຖະ​ໜາ​ຂອງ​ປະ​ຊ​າ​ຊົນ​ ກາຍ​ເປັນ​ໂຄງ​ການ ​ທີ່​ປະ​ຊາ​ຊົນ​ຈົ່ມ​ວ່າ”.ຈາກ​ການ​ເນັ້ນ​ໜັກ​ໃຫ້ “ເສີມ​ຂະ​ຫຍາຍ​ທ່າ​ແຮງຂອງ​ທ​້ອງ​ຖິ່ນ ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ.” “ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ” ຮອດ ການ​ສະ​ເໜີ​ໃຫ້​ການ​ວາງ​ຜັງ​ເມືອງ ​ຕ້ອງປະ​ຕິ​ບັດ​ ຕາມ​ກົດ​ເກນ​ ພາ​ວະ​ວິ​ໄສ, ຮັກ​ສາ​ມູນ​ເຊື້ອ ທີ່​ມີ​ເອ​ກະ​ລັກ​ ຂອງ​ຕົວ​ເມືອງ, ຫລາຍ​ປີ​ ຜ່ານ​ມາ​ນີ້, ທ່ານ ​ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ເທື່ອ​ແລ້ວ ​ເທື່ອ​ອີກ ​ກ່ຽວ​ກັບ​ ຄວາມ​ສຳ​ຄັນ​ ຂອງວິ​ທີ​ການ​ປະ​ຕິ​ບັດ ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ, ເພິ່ນ​ໄດ້​ມີຄຳ​ຊີ້​ນຳ ​ຕໍ່​ທ້ອງ​ຖິ່ນ​ຕ່າງໆ​ວ່າ: “ໃຊ້​​ລູກກະ​ແຈ​ ດວງໜຶ່ງ​ໄຂ​ກະ​ແຈ​ໜ່ວຍ​ໜຶ່ງ, ບໍ່​ໃຫ້​ກົນ​ຈັກ​ຕາຍ​ຕົວ, ເອົາ​ແມ່​ແບບ​ໜຶ່ງ​ໃຊ້​ກັບ​ທຸກ​ວຽກ.” “ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ຂອງ​ທ້ອງ​ຖິ່ນ, ​ອັນ​ໃດ​ດີ ​ໃຫ້ເສີມ​ຂະ​ຫຍາຍ​ ແລະ​ ປັບ​ປຸງ​ແກ້​ໄຂ ​ຈຸດ​ອ່ອນ, ບຸກ​ເບີກ​ເສັ້ນ​ທາງ​ ການ​ພັດ​ທະ​ນາ ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ແລະ ​ສອດ​ຄ່ອງ​ກັບ ​ສະ​ພາບ​ຕົວ​ຈິງ ​ຂອງ​ທ້ອງ​ຖິ່ນ​ຕົນ.” ການ​ຍຶດ​ໝັ້ນ ​ທຸກ​ສິ່ງ​ຢ່າງ ​ເລີ່ມ​ຈາກ​ສະ​ພາບ​ຕົວ​ຈິງ ເປັນ​ຈຸດ​ເລີ່ມ​ຕົ້ນ ​ແລະ ​ຈຸດ​ໝາຍ ​ຂອງ​ຊາວ​ກອມ​ມູ​ນິດ​ຈີນ ​ໃນ​ການ​ຄົ້ນ​ຄວ້າ​ບັນ​ຫາ, ກຳ​ນົດ​ນະ​ໂຍ​ບາຍ ແລະ ປະ​ຕີ​ບັດ​ງານ. ວິ​ທີ​ການ​ປະ​ຕິ​ບັດ​ ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ຂອງ​ທ້ອງ​ຖິ່ນ ​ແມ່ນ​ແນ​ໃສ່​ ລັກ​ສະ​ນະ​ພິ​ເສດ ​ຂອງ​ຂໍ້​ຂັດ​ແຍ້ງ, ເນັ້ນ​ໜັກ ​ລັກ​ສະ​ນະ​ໄຫວ​ພິບ ​ຄ່ອງ​ແຄ້ວ​ຂອງ​​ຍຸດ​ໂທ​ບາຍ, ແຕ່​ບໍ່​ແມ່ນ​ເປີດ​ໄຟ​ຂຽວ ​ເພື່ອ​ປະ​ຕິ​ບັດ​ຕາມ​ລຳ​ພັງ​ ແລະ ປະ​ຕິ​ບັດ ​ລັດ​ທິ​ເຫັນ​ແກ່​ ພາກ​ສ່ວນ​ຕົນ. ໃນ​ກອງ​ປ​ະ​ຊຸມ ​ວຽກ​ງານ​ເສດ​ຖ​ະ​ກິດ ​ຂັ້ນ​ສູນ​ກາງ​ຄັ້ງ​ນີ້, ທ່ານ ສີ​ ຈິ້ນ​ຜິງ ໄດ້​ຊີ້​ອອກວ່າ: “ທ້ອງ​ຖິ່ນ​ຕ່າງໆ​ ຕ້ອງ​ກຳ​ແໜ້ນ​ ທີ່​ຕັ້ງ​ຂອງ​ຕົນ ​ຢູ່​ໃນ​ສະ​ພາບ​ລວມ​ ແຫ່ງ​ການ​ພັດ​ທະ​ນາ​ ທົ່ວ​ປະ​ເທດ, ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ ຂອງບົດ​ບາດ​ຕົ້ນ​ຕໍ, ເສີມ​ຂະ​ຫຍາຍ ທ່າ​ແຮງ​ແບບ​ສົມ​ທຽບ”.ເຂດ​ປັກ​ກິ່ງ-ທຽນ​ສິນ-ເຫີ​ເປີຍ, ເຂດ​ສາມ​ຫລ່ຽມ​ ປາກ​ແມ່​ນ້ຳ​ ຢາງ​ຊີ​ກ້ຽງ, ເຂດ​ອ່າວ​ໃຫຍ່ ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ ເປັນ​ແຫລ່ງ​ກຳ​ເນີດ ​ແຮງ​ຂັບ​ເຄື່ອນ​ ອັນ​ສຳ​ຄັນ​ ໃນ​ການ​ນຳ​ພາ​ການ​ພັດ​ທະ​ນາ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ທົ່ວ​ປະ​ເທດ​ຈີນ. ກອງ​ປະ​ຊຸມ​ ວຽກ​ງານ​ເສດ​ຖ​ະ​ກິດ ​ຂັ້ນ​ສູນ​ກາງ​ຈີນ​ ຄັ້ງ​ນີ້ ​ໄດ້​ວາງ​ແຜນ​ກ່ຽວ​ກັບ​ການ​ສ້າງ​ສູນ​ປະ​ດິດ​ສ້າງ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ສາ​ກົນ​ປັກ​ກິ່ງ (ເຂດ​ປັກ​ກິ່ງ-ທຽນ​ສິນ-ເຫີ​ເປີຍ), ຊຽງ​ໄຮ (ເຂດ​ສາມ​ຫລ່ຽມ ​ປາກ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ) ແລະ ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ, ຈຸດ​ປະ​ສົ​ງ​ ກໍ​ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ ຂອງ​ສາມ​ເຂດ​ແຄວ້ນ​ ດັ່ງ​ກ່າວ ​ທີ່​ມີ​ພື້ນ​ຖານ​ ອັນ​ເຂັ້ມ​ແຂງ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເປັນ​ບ່ອນ​ໂຮມ​ສູນ​ປັດ​ໄຈ​ ປະ​ດິດ​ສ້າງ​ນັ້ນ ​ໃຫ້​ດີກວ່າ​ເກົ່າ, ສ້າງ​​ຕົວ​ແບບ ແຫ່ງ​ການ​ປະ​ດິດ​ສ້​າງ​ ເພື່ອ​ນຳ​ພາ​ການ​ສ້າງ​ສາ​ ຄວາມ​ທັນ​ສະ​ໄໝ. ທ່ານ​ ສີ​ ຈິ້ນ​ຜິງ ​ກ່າວ​ວ່າ: “ນີ້​ເປັນ​ໜ້າ​ທີ່​ສຳ​ຄັນ​ໜຶ່ງ.”

ການ​ປະ​ຕິ​ບັດແຜນ​ການ 5 ປີ​ ຄັ້​ງ​ທີ 15 ຂອງ​ ສປ ຈີນ ຈະ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ໄວໆ​ນີ້, ການ​ແກ້​ໄຂ​ ກາ​ນ​ພົວ​ພັນ ລະ​ຫວ່າງ​ ສະ​ພາບ​ລວມ ກັບ​ເຂດ​ແຄວ້ນ​ ໃດ​ໜຶ່ງໃຫ້​ດີ, ຈັດ​ວາງການ​ແບ່ງ​ງານ​ກັບ​ການ​ຮ່ວມ​ມື​​ ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ, ປະ​ສົມ​ປະ​ສານ ການຍາດໂອ​ກາດ ​ເພື່ອ​ກຳ​ກັບ​ສິດ​ເປັນ​ເຈົ້າ​ການ​ ໃນ​ດ້ານ​ການ​ພັດ​ທະ​ນາ ແລະ ​ການ​ເສີມ​ຂ​ະ​ຫຍາຍ​ ທ່າ​ແຮງ​​ຕາມ​ເງື່ອນ​ໄຂ ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ​ຕົນ ​ເພື່ອ​ສ້າງ​ກຳ​ລັງ​ແຂ່ງ​ຂັນ​ ສ​ະ​ເພາະ​ຕົວ​, ຄຳ​ຊີ້​ນຳ​ຕ່າງໆ​ຂອງ​ ທ່ານ ​ສີ​ ຈິ້ນ​ຜິງ ກ່ຽວ​ກັບ ວິ​ທີ​ການ​ປະ​ຕິ​ບັດ ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ ລ້ວນ​ແຕ່​ແມ່ນ​ສຸມ​ໃສ່ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ ​ກອມ​ມູ​ນິ​ດ​ຈີນ ​ໃຫ້​ເປັນ​ຮູບ​ປະ​ທຳ​ ແລະ ເກີດ​ມີ​ປະ​ສິດ​ທິ​ຜົນ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version