Wednesday, December 17, 2025
Homeຂ່າວຕ່າງປະເທດເຮືອບິນ C909 ຂົນສົ່ງຜູ້ໂດຍສານຢ່າງປອດໄພຫລາຍກວ່າ 30 ລ້ານເທື່ອຄົນ

ເຮືອບິນ C909 ຂົນສົ່ງຜູ້ໂດຍສານຢ່າງປອດໄພຫລາຍກວ່າ 30 ລ້ານເທື່ອຄົນ

ວິທະຍຸ-ໂທລະພາບສູນກາງຈີນ ບໍລິສັດເຮືອບິນການຄ້າຈີນຈໍາກັດ ເປີດເຜີຍ​ໃຫ້ຮູ້ວ່າ: ປັດຈຸບັນເ​ຮືອບິນ C909 ໄດ້​ຂົນສົ່ງຜູ້ໂດຍສານຢ່າງປອດໄພ ຈໍານວນຫລາຍກວ່າ 30 ລ້ານ​ເທື່ອຄົນ, ​ກວມ​ເອົາຫລາຍກວ່າ 60% ​ຂອງເ​ຮືອບິນຜູ້ໂດຍ​ສານ​ສະ​ເພາະ ​ເຂດພາຍໃນປະເທດ ແລະ ໄດ້ດໍາເນີນການບໍ​ລິ​ການຢູ່ຕ່າງປະເທດ ຈໍານວນ 12 ປະເທດ. C909 ແມ່ນເຮືອບິນຜູ້ໂດຍ​ສານ ​ສະ​ເພາະ​ເຂດ​ໄລ​ຍະກາງ​ ແລະ ​ໄລ​ຍະສັ້ນ ທີ່ ສປ ຈີນ ອອກແບບຄົ້ນ​ຄວ້າ​ຜະ​ລິດເອງຕາມມາດຕະຖານສາກົນ ເທື່ອທໍາອິດ ແລະ ມີ​ສິດຊັບສິນທາງປັນຍາເປັນຂອງຕົນເອງ, ເລີ່ມປະຕິບັດ​ໜ້າ​ທີ່​ການບິນຄັ້ງທໍາອິດ ໃນວັນທີ 28 ມິຖຸນາ 2016. ປັດຈຸບັນ​ເຮືອບິນ C909 ດໍາເນີນ ການໂດຍ 3 ບໍ​ລິ​ສັດ ການບິນຕ່າງປະເທດໃນພາກພື້ນອາຊີອາຄະເນ ຄື: ບໍ​ລິ​ສັດການບິນ ຕ​ຣານ​ສ໊ນູ​ຊາ​ ອິນໂດເນເຊຍ, ບໍ​ລິ​ສັດການບິນລາວ ແລະ ບໍ​ລິ​ສັດການບິນຫວຽດ​ເຈັດ ຂອງ​ ສສ ຫວຽດ​ນາມ ​ລວມ​ແລ້ວ ໄດ້ເປີດເສັ້ນ​ທາງການບິນ​ເກືອບ 20 ​ສາຍ ທີ່ເຊື່ອມຕໍ່ກັບ 20 ກວ່າເມືອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments