Home ຂ່າວການເມືອງ ຫສພ ປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຫສພ ປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

0

ຫ້ອງວ່າການສູນກາງພັກ (ຫສພ) ຈັດພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ(02/11/1975-02/11/ 2025) ແລະ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ (24/03/1955-24/03/2025) ໃນຕອນບ່າຍວັນທີ 28 ພະຈິກ 2025 ໂດຍມີ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະນຳ-ອະດີດຄະນະນຳຫ້ອງວ່າການສູນກາງພັກ ແລະ ພະນັກງານຫລັກແຫລ່ງ, ພ້ອມດ້ວຍພະນັກງານພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ພິທີປະດັບຫລຽນກາລະນຶກ ໃຫ້ແກ່ຄະນະນຳ-ອະດີດຄະນະນຳ ຫ້ອງວ່າການສູນກາງພັກ ແລະ ພະນັກງານຫລັກແຫລ່ງ ຕະຫລອດເຖິງບັນດາພະນັກງານ-ລັດຖະກອນ ທີ່ປະຈຳການ ແລະ ບໍານານ ຂອງຫ້ອງວ່າການສູນກາງພັກ ທີ່ມີຜົນງານອັນໃຫຍ່ຫລວງ, ໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາ ໃຫ້ແກ່ພັກ-ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການປະກອບສ່ວນປະຕິບັດໜ້າທີ່ ການເມືອງຮັບໃຊ້ການນຳຂອງສູນກາງພັກ ແລະ ວຽກງານຂອງຫ້ອງວ່າການສູນກາງພັກ ແຕ່ລະໄລຍະ.

ການປະດັບຫລຽນດັ່ງກ່າວ, ໄດ້ດຳເນີນເປັນ 2 ຂັ້ນຕອນຄື: ຂັ້ນຕອນທີ 1 ປະດັບຫລຽນກາລະນຶກ 50 ປີ ວັນ ສປປ ລາວ ໃຫ້ພະນັກງານຂັ້ນສູນກາງຄຸ້ມຄອງ (ຂັ້ນຫົວໜ້າກົມຂຶ້ນໄປ) ແລະ ຂັ້ນຫ້ອງວ່າການສູນກາງພັກຄຸ້ມຄອງ (ຂັ້ນຮອງຫົວໜ້າກົມ) ມີທັງຜູ້ປະຈຳການ ແລະ ບຳນານ, ຂັ້ນພະແນກ ແລະ ວິຊາການ ຈໍານວນ 239 ທ່ານ. ໃນນີ້, ປະຈໍາການ 127 ແລະ ບໍານານ 112 ທ່ານ. ສ່ວນຂັ້ນຕອນທີ 2 ແມ່ນການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ມອບໃຫ້ ໃຫ້ພະນັກງານຂັ້ນສູນກາງຄຸ້ມຄອງ (ຂັ້ນຫົວໜ້າກົມຂຶ້ນໄປ) ແລະ ຂັ້ນຫ້ອງວ່າການສູນກາງພັກຄຸ້ມຄອງ (ຂັ້ນຮອງກົມ) ມີທັງຜູ້ປະຈຳການ ແລະ ບໍານານ ຈໍານວນ 439 ທ່ານ. ໃນນັ້ນ, ມີຜູ້ປະຈຳການ 312 ແລະ ບໍານານ 113 ທານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version