Home ຂ່າວຕ່າງປະເທດ ອົງການ ສະຫະປະຊາຊາດ (UN) ແລະ ພັນທະມິດ ໄດ້ເປີດໂຄງການລະດົມທືນດ້ານມະນຸດສະທຳລະດັບໂລກປະຈຳປີ 2026

ອົງການ ສະຫະປະຊາຊາດ (UN) ແລະ ພັນທະມິດ ໄດ້ເປີດໂຄງການລະດົມທືນດ້ານມະນຸດສະທຳລະດັບໂລກປະຈຳປີ 2026

0

ສຳນັກງານປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA ) ປະກາດເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍສູງສຸດໃນປີ 2026 ຄືການລະດົມທຶນຮ່ວມທັງໝົດ 3,3 ໝື່ນລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນປະຊາຊົນ 135 ລ້ານຄົນ ຜ່ານປະຕິບັດການ 23 ປະເທດ ແລະ ແຜນງານ ສຳລັບຜູ້ລີ້ໄພ ແລະ ຜູ້ອົບພະຍົບອີກ 6 ໂຄງການ. ໂດຍເປົ້າໝາຍທີ່ໜ່ວຍງານໃຫ້ຄວາມສຳຄັນເປັນອັນດັບທຳອິດ ຂອງປີ 2026 ເປັນຕົ້ນ ການຊ່ວຍຊີວິດຄົນ ຈຳນວນ 87 ລ້ານຄົນ ດ້ວຍເງິນລົງທຶນ 2,3 ໝື່ນລ້ານໂດລາສະຫະລັດ.

ອົງການສະຫະປະຊາຊາດ (UN) ແລະ ພັນທະມິດ ໄດ້ເປີດໂຄງການລະດົມທືນດ້ານມະນຸດສະທຳລະດັບໂລກປະຈຳປີ 2026, ເພື່ອຊ່ວຍເຫລືອ ປະຊາຊົນນັບລ້ານຄົນ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ເຊັ່ນ: ຈາກໄພສົງຄາມ, ໄພພິບັດ, ສະພາບອາກາດ, ແຜ່ນດິນໄຫວ, ພະຍາດລະບາດ ແລະ ພືດຜົນທີ່ໄດ້ຮັບຄວາມເສຍຫາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version