ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາ ພູພຽງບໍລະເວນຄັ້ງທີ 4 ປະຈໍາປີ 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2025 ທີ່ແຂວງຈໍາປາສັກ, ເນື່ອງໃນໂອກາດສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 50 ປີ ທີ່ອະນຸສາວະລີ ທ່ານ ສີທົນກົມມະດໍາ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ອາລຸນໄຊ ສຸນນະລາດ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາຈາກສູນກາງ, ແຂວງອ້ອມຂ້າງ, ກະສິກອນ, ຜູ້ຜະລິດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ງານດັ່ງກ່າວ, ຈັດໂດຍຄະນະກໍາມະການປົກຄອງ ເມືອງປາກຊ່ອງ ຮ່ວມກັບ ການປົກຄອງແຂວງຈໍາປາສັກ ແລະ ສະມາຄົມກາເຟລາວ (LCA) ຈຸດປະສົງກໍເພື່ອນຳສະເໜີສິນຄ້າທີ່ເປັນເອກະລັກ ຂອງພູພຽງບໍລະເວນ ໃຫ້ແກ່ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງສະທ້ອນຄວາມກ້າວໜ້າດ້ານການກະສິກໍາ ແລະ ສົ່ງເສີມການຮ່ວມມືພາຍໃນ, ຊຶ່ງໄດ້ນຳເອົາຜູ້ຜະລິດ, ສະຫະກອນ, ຫົວໜ່ວຍທຸລະກິດ ແລະ ອົງການສາກົນມາຮວມໂຕກັນ ເພື່ອເສີມສ້າງການເຊື່ອມໂຍງທາງດ້ານຕະຫລາດ, ສົ່ງເສີມການຜະລິດໃນທ້ອງຖິ່ນ ແລະ ເພື່ອສະເຫລີມສະຫລອງເອກະລັກ ຂອງເຂດພູພຽງບໍລະເວນ ໃນຖານະທີ່ເປັນຈຸດສຸມທາງດ້ານກະສິກຳ ແລະ ການທ່ອງທ່ຽວທີ່ສຳຄັນຂອງ ສປປ ລາວ.

ພູພຽງບໍລະເວນກວມເອົາສີ່ແຂວງພາກໃຕ້ກໍຄື: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ແລະ ຍັງເປັນທີ່ຮູ້ຈັກກັນດີກັບສະພາບອາກາດທີ່ເຢັນ, ດິນພູເຂົາໄຟທີ່ມີຄວາມອຸດົມສົມບູນ ແລະ ພູມສັນຖານທີ່ສູງ. ເມືອງປາກຊອງ ນອນຢູ່ໃນແຂວງຈຳປາສັກ, ຕັ້ງຢູ່ລະດັບຄວາມສູງປະມານ 1.200 ແມັດຈາກລະດັບນ້ຳທະເລ ມີຊື່ສຽງກ່ຽວກັບນ້ຳຕົກຕາດ, ສວນປູກກາເຟທີ່ອຸດົມສົມບູນ, ຊຸມຊົນທີ່ປະກອບດ້ວຍຫລາຍຊົນເຜົ່າ ແລະ ເສັ້ນທາງທີ່ມີທິວທັດທີ່ສວຍງາມ ເຊື່ອມຕໍ່ສະຖານທີ່ທ່ອງທ່ຽວ, ຊຶ່ງສິ່ງເຫລົ່ານີ້ ເຮັດໃຫ້ເມືອງປາກຊ່ອງ ເປັນທັງສູນກາງການຜະລິດກະສິກຳ ແລະ ເປັນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມສູງ.
ໃນປີທີ່ຜ່ານມາ, ເມືອງປາກຊອງໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 400.000 ຄົນ, ສ້າງລາຍຮັບໄດ້ຫລາຍກວ່າ 14 ຕື້ກີບ, ຊຶ່ງເພີ່ມຂຶ້ນຢ່າງຫລວງຫລາຍຈາກປີກ່ອນ. ໂດຍອີງໃສ່ແຮງຜັກດັນເຫລົ່ານີ້, ບຸນກາເຟ-ຊາຄັ້ງນີ້ ຍັງສືບຕໍ່ຍົກລະດັບຊື່ສຽງຂອງເມືອງປາກຊອງ ໃຫ້ເປັນຜູ້ປະກອບສ່ວນທີ່ສຳຄັນຕໍ່ການເຕີບໂຕທາງເສດຖະກິດ ພາຍໃນພາກໃຕ້ຂອງລາວຕື່ມອີກ.
ໃນງານດັ່ງກ່າວ, ມີຮ້ານຄ້າມາຮ່ວມວາງສະແດງຫລາຍກວ່າ 72 ຮ້ານ, ລວມທັງກະສິກອນ, ຜູ້ຜະລິດຂະໜາດນ້ອຍ, ສະຫະກອນ, ຜູ້ສົ່ງອອກ ແລະ ບໍລິສັດລາວ ແລະ ຕ່າງປະເທດ, ຊຶ່ງຜະລິດຕະພັນທີ່ນຳມາວາງສະແດງໄດ້ແກ່: ກາເຟຄຸນນະພາບສູງ, ຊາ, ຜົນຜະລິດກະສິກຳ, ເຄື່ອງຫັດຖະກຳ ແລະ ສິນຄ້າທີ່ມີມູນຄ່າເພີ່ມ ໂດຍສະແດງໃຫ້ເຫັນເຖິງຈຸດແຂງ ທີ່ເປັນເອກະລັກຂອງພູພຽງບໍລະເວນ ແລະ ພວມຂະຫຍາຍຕົວໃນຕະຫລາດພາກພື້ນ ແລະ ສາກົນ.
ພາຍໃນ 4 ມື້ນີ້ ນອກຈາກການວາງສະແດງສິນຄ້າ ແລະ ຜະລິດຕະພັນແລ້ວ, ຍັງມີການສະແດງ ແລະ ການແຂ່ງຂັນວັດທະນະທຳພື້ນເມືອງ, ການຊິມກາເຟ ແລະ ສໍາມະນາ ທີ່ນໍາພາໂດຍຊ່ຽວຊານໃນຫົວຂໍ້ຕ່າງໆເຊັ່ນ: ການປັບປຸງຄຸນນະພາບ, ການຖອດຖອນບົດຮຽນ ແລະ ວິທີປະຕິບັດສຳລັບການບຳລຸງຮັກສາຕົ້ນກາເຟ. ງານຄັ້ງນີ້, ຍັງມີການແຂ່ງຂັນນັກຊົງກາເຟ, ຊຶ່ງເປັນການແຂ່ງຂັນທີ່ຈັດຄວບຄູ່ກັບງານນີ້ ແລະ ເປີດໂອກາດໃຫ້ບາຣິສຕາ ສະແດງທັກສະຂອງພວກເຂົາ ແລະ ຍັງເປັນການສົ່ງເສີມກາເຟພິເສດ. ພ້ອມນີ້, ຜູ້ເຂົ້າຮ່ວມຈາກແຂວງອື່ນໆ ຍັງໄດ້ເຂົ້າຮ່ວມການຢ້ຽມຊົມສວນກາເຟ ແລະ ສະຖານທີ່ປຸງແຕ່ງກາເຟ, ຮັບຊົມຫລາຍກິດຈະກຳ ເພື່ອສະເຫລີມສະຫລອງມູນມໍລະດົກທາງວັດທະນະທຳ ແລະ ປະເພນີທາງດ້ານກະສິກຳ ທີ່ອຸດົມສົມບູນຂອງຂົງເຂດດັ່ງກ່າວ. ງານຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກຈາກກຸ່ມບໍລິສັດດາວເຮືອງ, ບໍລິສັດ ສົມໄຊ ສົ່ງເສີມການກະເສດ, ເພັດສະຫວ່າງກາເຟ, ທະນາຄານຮ່ວມພັດທະນາ, ກາເຟອາເມຊອນ, ລິສັດເພັດລຸ້ງໂລດ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດອື່ນໆ.