Home ຂ່າວຕ່າງປະເທດ ສປ ຈີນ ຈັດກອງປະຊຸມວິເຄາະ-ຄົ້ນຄວ້າ ກ່ຽວກັບ ວຽກງານດ້ານເສດຖະກິດປີ 2026

ສປ ຈີນ ຈັດກອງປະຊຸມວິເຄາະ-ຄົ້ນຄວ້າ ກ່ຽວກັບ ວຽກງານດ້ານເສດຖະກິດປີ 2026

0

ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 8 ທັນວານີ້ ກົມການເມືອງສູນກາງພັກກອມມູນິດຈີນ ຈັດກອງປະຊຸມວິເຄາະ ແລະ ຄົ້ນຄວ້າ ກ່ຽວກັບວຽກງານດ້ານເສດຖະກິດ ປີ 2026 ແລະ ພິຈາລະນາ “ຂໍ້ກຳນົດວ່າດ້ວຍການເຮັດວຽກຂອງພັກກອມມູນິດຈີນ ໃນການນຳພາການປົກຄອງປະເທດ ດ້ວຍລະບຽບກົດໝາຍຢ່າງຮອບດ້ານ”. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນປະທານກອງປະຊຸມຄັ້ງນີ້. ໃນກອງປະຊຸມໄດ້ສະຫລຸບ ແລະ ວິເຄາະ ກ່ຽວກັບ ວຽກງານດ້ານເສດຖະກິດປີ 2025, ໄດ້ຈັດວາງແຜນການສຳຄັນຕ່າງໆ ຕໍ່ວຽກງານດ້ານເສດຖະກິດປີ 2026 , ການຈັດວາງນີ້ ຍ່ອມຈະເພີ່ມຄວາມໝັ້ນໃຈດ້ານການພັດທະນາຕື່ມອີກ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການພັດທະນາ, ຮັບມືກັບຜົນກະທົບ ແລະ ສິ່ງທ້າທາຍຕ່າງໆ ຢ່າງມີປະສິດທິຜົນ, ປັບປຸງ ແລະ ເສີມຂະຫຍາຍທ່າອ່ຽງຂອງການເຕີບໂຕທາງເສດຖະກິດທີ່ມີຄວາມໝັ້ນທ່ຽງ ແລະ ພັດທະນາໄປໃນທິດທາງທີ່ດີ, ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ການບັນລຸການເລີ່ມຕົ້ນທີ່ດີຂອງ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15”.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version