Home ຂ່າວໜ້າໜຶ່ງ ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

0

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ລັດຖະບານຂໍຢືນຢັນອີກເທື່ອໜຶ່ງວ່າ ລັດຖະບານ ໄດ້ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດໃນວຽກຈຸດສຸມ ໂດຍໄດ້ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄືນບາງຈຸດຄື:ບັນຫາ ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ໄລຍະຜ່ານມາ ແມ່ນໄດ້ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າຫຼາຍທີ່ສຸດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນຕົວເມືອງໃຫຍ່ ແລະ ອາໃສແຕ່ເງິນເດືອນ ເພາະລາຍຮັບຄືເກົ່າແຕ່ສິນຄ້າແພງຂຶ້ນ. ສະນັ້ນ, ລັດຖະບານ ຈຶ່ງໄດ້ນໍາໃຊ້ທຸກມາດຕະການເພື່ອເຮັດໃຫ້ລາຄາສິນຄ້າ ແລະ ອັດຕາເງິນເຟີ້ຫຼຸດລົງ, ຈາກຄວາມພະຍາຍາມດັ່ງກ່າວ ກໍສາມາດເຮັດໃຫ້ອັດຕາເງິນເຟີ້ທີ່ເມື່ອກ່ອນມີບາງໄລຍະສູງເຖິງ 40 ກວ່າສ່ວນຮ້ອຍ ຫຼຸດລົງມາເຫຼືອ4% ໃນເດືອນຕຸລາ 2025 ແລະ ສະເລ່ຍ 10 ເດືອນຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ແລະ ຈະສືບຕໍ່ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 1 ຕົວເລກ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງຕື່ມວ່າ: ສໍາລັບໃນຕໍ່ໜ້າ, ລັດຖະບານຈະມີກົນໄກ, ວິທີການ ແລະ ມາດຕະການ ສືບຕໍ່ແກ້ໄຂບັນຫາທີ່ຍັງເຮັດບໍ່ທັນໄດ້ດີຄື:ຈະສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ;ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້. ພ້ອມກັນນັ້ນ, ຈະສືບຕໍ່ຊຸກຍູ້ ໃຫ້ບັນດາຜູ້ປະກອບການນໍາເຂົ້າ-ສົ່ງອອກ, ບັນດານັກລົງທຶນຕ່າງປະເທດທີ່ລົງທຶນຢູ່ລາວໂອນເງິນຊໍາລະ-ຮັບຊຳລະ ແລະ ນໍາທຶນມາລົງທຶນ ຜ່ານລະບົບທະນາຄານໃຫ້ເຂັ້ມງວດ ແລະ ມີຈໍານວນເພີ່ມຂຶ້ນຕື່ມ;ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ, ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍຂອງພໍ່ຄ້າຄົນກາງ.ພ້ອມກັນນັ້ນ, ຈະໄດ້ທົບທວນຄືນລາຄາໄຟຟ້າສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບແພງ, ສໍາລັບປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ດີຂຶ້ນ;ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງ, ການຫັນເປັນທັນສະໄໝຕິດພັນກັບການຂະຫຍາຍຖານລາຍຮັບໃໝ່ໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ, ການເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ, ລາຍຮັບຈາກທີ່ດິນ… ເພື່ອໃຫ້ເກັບລາຍຮັບເກີນແຜນ ແລະ ມີຄັງສະສົມຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດຢ່າງເຂັ້ມງວດ ບົນຈິດໃຈປະຢັດ;ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊໍາລະໄປຕາມສັນຍາ ແລະ ເຈລະຈາກັບບັນດາປະເທດເຈົ້າໜີ້ຈໍານວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້, ສັງລວມແລ້ວ ລັດຖະບານຕ້ອງຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ, ກໍສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຊຶ່ງນອກຈາກໃຫ້ບູລິມະສິດໃນການຈັດສັນແຫຼ່ງທຶນປົກກະຕິແລ້ວ ລັດຖະບານຍັງສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ 2024 ພູດຂອງສູນກາງ (800 ຕື້ກີບ) ແລະ ສືບຕໍ່ຄົ້ນຄວ້າເງິນເກີນແຜນປີ 2025 ນີ້ ມາແກ້ໄຂໜີ້ສິນໃຫ້ຫຼາຍຂຶ້ນ;ສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດ ທີ່ບໍ່ຖືກຕ້ອງໃຫ້ເຂັ້ມງວດ ແລະ ເດັດຂາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version