ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາສຊະໂລ ດາກົກສ໌ (László DÁKÓCS) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຮົງກາລີ ປະຈຳ ສປປ ລາວ ພ້ອມດ້ວຍທ່ານ ເບລາ ອາໂກສໂຕນ (Béla Ágoston) ນັກດົນຕີ ແລະ ອາຈານສອນດົນຕີຊາວຮົງກາລີ ພ້ອມດ້ວຍຄະນະ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມປິຕິຍິນດີ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະດັ່ງກ່າວ ທັງກ່າວວ່າ ການມາຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ໂດຍສະເພາະ ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ພວມສ້າງຜົນງານຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຢູ່ໃນໄລຍະບຸນນະມັດສະການພະທາດຫລວງ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງ ສປປ ລາວ ແລະ ຮົງກາລີ ທີ່ມີມາຢ່າງຍາວນານ ນັບຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ, ລັດຖະບານ ແລະ ປະຊາຊົນຮົງກາລີ ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ລວມທັງການກໍ່ສ້າງບຸກຄະລາກອນ. ພາຍຫລັງການສະຖາປະນາ ສປປ ລາວ, ຮົງກາຣີ ກໍຍັງສືບຕໍ່ຊ່ວຍເຫລືອດ້ານພື້ນຖານໂຄງລ່າງ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າສະພາແຫ່ງຊາດ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຮົງກາລີ.

ສຳລັບການມາຢ້ຽມຢາມຂອງທ່ານ ເບລາ ອາໂກສໂຕນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ຕີລາຄາສູງ ຕໍ່ການເຄື່ອນໄຫວດ້ານວັດທະນະທຳ ໂດຍສະເພາະ ການແລກປ່ຽນບົດຮຽນກັບຄູ-ອາຈານຢູ່ວິທະຍາໄລສິລະປະແຫ່ງຊາດ ແລະ ການເຂົ້າຮ່ວມບຸນປະເພນີຕ່າງໆ. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງຄວາມສຳຄັນຂອງ “ແຄນລາວ” ເຊິ່ງເປັນມໍລະດົກໂລກ ແລະ ສະມາຄົມສຽງແຄນລາວ ທີ່ປີນີ້ຄົບຮອບ 20 ປີ, ຫວັງຢ່າງຍິ່ງວ່າ ການມາຢ້ຽມຢາມຄັ້ງນີ້ ຈະສ້າງເງື່ອນໄຂໃຫ້ແກ່ການຮ່ວມມືສອງຝ່າຍ ເພື່ອປັບປຸງຄວາມອາດສາມາດ ຂອງສະມາຄົມສຽງແຄນລາວ ແລະ ຫວັງວ່າທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ ສ້າງເງື່ອນໄຂໃຫ້ການຮ່ວມມື ລະຫວ່າງນັກດົນຕີສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ລາສຊະໂລ ດາກົກສ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກທ່ານຮອງປະທານສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດ ແລະ ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຫລາຍດ້ານ ໂດຍສະເພາະ ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ. ພ້ອມນີ້, ທ່ານທູດຍັງໄດ້ກ່າວເນັ້ນວ່າ: ການເດີນທາງມາຂອງນັກດົນຕີຮົງກາລີຄັ້ງນີ້ ເປັນບາດກ້າວສຳຄັນໃນການແລກປ່ຽນດ້ານສິລະປະ ແລະ ຢືນຢັນວ່າ ຈະພະຍາຍາມຊຸກຍູ້ສົ່ງເສີມການຮ່ວມມື ລະຫວ່າງສະຖາບັນດົນຕີ ກໍຄືສະມາຄົມສຽງແຄນລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ.
ຂ່າວ: ສພຊ