Home ຂ່າວພາຍໃນ ເລີ່ມສໍາຫລວດ-ອອກແບບ-ກໍ່ສ້າງ ໂຄງການຟື້ນຟູ-ບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້

ເລີ່ມສໍາຫລວດ-ອອກແບບ-ກໍ່ສ້າງ ໂຄງການຟື້ນຟູ-ບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສໍາຫລວດ-ອອກແບບ ແລະ ກໍ່ສ້າງ ໂຄງການຟື້ນຟູ ແລະ ບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ເລີ່ມແຕ່ ກມ 346 ຫາ ກມ 384 + 000 ເມືອງທ່າແຂກ ແຂວງຄໍາມ່ວນ ຫາ ເມືອງເຊບັ້ງໄຟ ເຂດແດນແຂວງສະຫວັນນະເຂດ, ມີຄວາມຍາວ 38 ກິໂລແມັດ ໃນຮູບແບບປະສົມປະສານ ຈັດຂຶ້ນໃນວັນທີ 4 ພະຈິກ 2025 ທີ່ແຂວງຄໍາມ່ວນ ຕາງໜ້າລົງນາມໂດຍທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄໍາມ່ວນ ບໍລິສັດ ໄຊເສດຖາກໍ່ສ້າງຈໍາກັດຜູ້ດຽວ, ກຸ່ມບໍລິສັດຕັງຈະເລີນຈໍາກັດຜູ້ດຽວ ແລະ ບໍລິສັດຄູນຄໍາ ອຸດສາຫະກໍາຈໍາກັດ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ອະນຸຍາດໃຫ້ບໍລິສັດ ໄຊເສດຖາກໍ່ສ້າງ ຈຳກັດຜູ້ດຽວ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ແລະ ບໍລິສັດ ຄູນຄຳອຸດສາຫະກຳ ຈຳກັດ ເຮັດການປະເມີນມູນຄ່າ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ໂດຍມີການອອກແບບເຕັກນິກດ້ານວິສະວະກຳ ສຳລັບການຟື້ນຟູ ແລະ ບູລະນະຮັກສາ ທາງຫລວງແຫ່ງຊາດເລກ 13 ໃຕ້ ໃຫ້ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ຊຶ່ງມີໄລຍະຟື້ນຟູ 3 ປີ ແລະ ບູລະນະຮັກສາ 7 ປີ. ບົນພື້ນຖານການເຫັນດີເປັນເອກະພາບສອງຝ່າຍ ມີຈຸດປະສົງຮ່ວມກັນໃນການຕົກລົງບາງບັນຫາ ແລະ ເນື້ອໃນ ການພັດທະນາໂຄງການ, ພ້ອມທັງການກໍານົດພັນທະຂອງແຕ່ລະຝ່າຍ ເພື່ອດໍາເນີນການຈັດຕັ້ງປະຕິບັດແຕ່ລະໜ້າວຽກຂອງໂຄງການດັ່ງກ່າວ ໃຫ້ມີຜົນສໍາເລັດ. ບົດບັນທຶກສະບັບນີ້, ຈະມີຜົນນຳໃຊ້ໄດ້ໃນໄລຍະເວລາ 6 ເດືອນ ນັບແຕ່ມື້ລົງລາຍເຊັນ ແລະ ສາມາດຕໍ່ອາຍຸໄດ້ບໍ່ເກີນ 3 ເດືອນ ໂດຍຈະເລີ່ມລົງມືຈັດຕັ້ງປະຕິບັດ ນັບແຕ່ມື້ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສະບັບນີ້.

ທ່ານ ຮົວ ແສງອາລຸນ ປະທານ ກຸ່ມບໍລິສັດ ຕັງຈະເລີນກໍ່ສ້າງ ຈໍາກັດຜູ້ດຽວ ແລະ ຕາງໜ້າໃຫ້ ບໍລິສັດ ໄຊເສດຖາ ກໍ່ສ້າງ ແລະ ບໍລິສັດ ຄູນຄໍາ ອຸດສາຫະກໍາ ໄດ້ກ່າວວ່າ: ການເຊັນບົດບັນທຶກໃນຄັ້ງນີ້, ບໍ່ພຽງແຕ່ເປັນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ແຕ່ຍັງເປັນການປະກອບສ່ວນໂດຍກົງ ຕໍ່ວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ບັນລຸຕາມເປົ້າໝາຍ ໂດຍສະເພາະ ການກໍ່ສ້າງ ແລະ ສ້ອມແປງ ຟື້ນຟູເສັ້ນທາງທີ່ເປ່ເພ ໃຫ້ສາມາດກັບມານໍາໃຊ້ເປັນປົກກະຕິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version