ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: “ຮ່ວມມືກັບຈີນ ກໍແມ່ນຮ່ວມແບ່ງປັນໂອກາດ, ເຊື່ອໝັ້ນໃນຈີນ ກໍແມ່ນເຊື່ອໝັ້ນໃນອະນາຄົດ, ລົງທຶນຢູ່ຈີນ ກໍແມ່ນລົງທຶນເພື່ອອະນາຄົດ.” ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫລື APEC ຄັ້ງທີ 32 ຢູ່ນະຄອນຈອງຈູ ສ ເກົາຫລີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ແຈງຕໍ່ທົ່ວໂລກ ກ່ຽວກັບຈີນ ຈະລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ, ສະໜອງໂອກາດໃໝ່ໃຫ້ແກ່ອາຊີປາຊີຟິກ ກໍຄືທົ່ວໂລກ ດ້ວຍຜົນສຳເລັດໃໝ່ແຫ່ງການສ້າງຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ.
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ ລະຫວ່າງ ວັນທີ 5-10 ພະຈິກ 2025 ນີ້. ຕະຫລອດໄລຍະ 8 ປີມານີ້, ພາຍໃຕ້ການວາງແຜນ ແລະ ຊຸກຍູ້ຈາກທ່ານ ສີຈິ້ນຜິງ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ກາຍເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາແບບໃໝ່, ເປັນເວທີແຫ່ງການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ກໍຄືເປັນຜະລິດຕະພັນສາທາລະນະສາກົນ ທີ່ທົ່ວໂລກຊົມໃຊ້ຮ່ວມກັນ.
1, ຕະຫລາດຂະໜາດໃຫຍ່ພິເສດຂອງຈີນ ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ຈີນ ເປັນຕະຫລາດຂະໜາດໃຫຍ່ພິເສດ, ຍົກຕົວຢ່າງ: ມີປະຊາກອນຫລາຍກວ່າ 1,4 ຕື້ຄົນ, ກຸ່ມຄົນທີ່ມີລາຍຮັບປານກາງຫລາຍກວ່າ 400 ລ້ານຄົນ, ມູນຄ່າການບໍລິໂພກມີເກືອບ 50.000 ຕື້ຢວນຕໍ່ປີ, ມູນຄ່າການນຳເຂົ້າ ໃນປີ 2025 ບັນລຸຫລາຍກວ່າ 20.000 ຕື້ຢວນ ແລະ ອື່ນໆ. ທັງໝົດເຫລົ່ານີ້ໄດ້ສ້າງຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ອັນໄດ້ເພີ່ມຄວາມແນ່ນອນຫລາຍກວ່າເກົ່າໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ.
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ປີນີ້, ມີວິສາຫະກິດທີ່ຖືກຈັດໃນ 500 ບໍລິສັດຊັ້ນນຳຂອງໂລກ ແລະ ວິສາຫະກິດແຖວໜ້າໃນຂະແໜງການຕ່າງໆຂອງໂລກ ລວມທັງໝົດ 290 ແຫ່ງເຂົ້າຮ່ວມ, ທຽບໃສ່ປີຜ່ານມາໄດ້ເພີ່ມຂຶ້ນ 600 ກວ່າແຫ່ງ. ນັບລວມແລ້ວ, ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 7 ຄັ້ງຜ່ານມາ ໄດ້ວາງສະແດງຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່, ການບໍລິການໃໝ່ປະມານ 3000 ຢ່າງ, ຍອດມູນຄ່າທີ່ມີເຈດຈຳນົງຈະເຊັນສັນຍາຊື້ຂາຍກັນບັນລຸຫລາຍກວ່າ 500 ຕື້ໂດລາ, ໄດ້ດຶງດູດວິສາຫະກິດຕ່າງປະເທດມາເຂົ້າຮ່ວມງານເຖິງ 23.000 ແຫ່ງເທື່ອ.
ຈາກການສ້າງຕັ້ງເວທີໃໝ່ຕ່າງໆເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງເຄື່ອງບໍລິໂພກສາກົນຈີນ, ງານຕະຫລາດນັດການຄ້າການບໍລິການສາກົນຈີນ ເປັນຕົ້ນ, ຮອດການຂະຫຍາຍເຂດການຄ້າເສລີ, ທ່າການຄ້າເສລີໄຫຫລຳ ເປີດດ່ານພາສີອິດສະຫລະທົ່ວເກາະ, ຈົນຮອດການປັບຫລຸດບັນຊີດ້ານລົບຂອງມາດຕະການຄຸ້ມຄອງພິເສດກ່ຽວກັບການເຂົ້າເຖິງຕະຫລາດຈີນ ສຳລັບນັກລົງທຶນຕ່າງປະເທດຢ່າງບໍ່ຢຸດຢັ້ງ, ເປີດກວ້າງຂອບເຂດປະເທດທີ່ຈີນ ປະຕິບັດນະໂຍບາຍຍົກເວັ້ນວິຊາແຕ່ຝ່າຍດຽວ ແລະອື່ນໆ. ຈີນ ໄດ້ໃຊ້ການກະທຳຕົວຈິງຢ່າງຕໍ່ເນື່ອງເພື່ອພິສູດໃຫ້ເຫັນເຖິງຄວາມຕັດສິນໃຈໃນການສະໜັບສະໜູນການຄ້າເສລີ ແລະ ເປັນເຈົ້າການເປີດຕະຫລາດສູ່ທົ່ວໂລກ.
2, ສະໜອງເວທີກວ້າງຂວາງອັນໃໝ່ສຳລັບການປະດິດສ້າງ ຈີນ ທີ່ພັດທະນາດ້ວຍຄຸນນະພາບສູງ ໄດ້ຍຶດໝັ້ນການຫັນປ່ຽນຕາມທິດສີຂຽວ, ດິຈີຕອນ ແລະ ອັດສະລິຍະ, ເຊິ່ງໄດ້ເປີດຊ່ອງທາງອັນກວ້າງຂວາງໃຫ້ແກ່ການຮ່ວມມືດ້ານການປະດິດສ້າງໃນທົ່ວໂລກ. ໃນໄລຍະປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 (2021-2025) ຈີນ ໄດ້ມີຖັນແຖວພະນັກງານຄົ້ນຄວ້າພັດທະນາທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ, ໃນກຸ່ມປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຊັ້ນນຳ 100 ແຫ່ງຂອງໂລກ, ຈີນ ມີເຖິງ 26 ແຫ່ງ, ຄອງອັນດັບໜຶ່ງຂອງໂລກ. ອີງຕາມບົດລາຍງານດັດຊະນີການປະດິດສ້າງໂລກ 2025 ທີ່ອົງການຊັບສິນທາງປັນຍາໂລກ ເປີດເຜີຍໃນເດືອນກັນຍາປີນີ້ສະແດງໃຫ້ເຫັນວ່າ: ຈີນ ໄດ້ຖືກຈັດອັນດັບຍົກສູງຂຶ້ນເປັນອັນດັບທີ 10 ຂອງໂລກ.
ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງນີ້, ຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່, ການບໍລິການໃໝ່ 461 ຢ່າງ ໄດ້ຖືກນຳມາວາງສະແດງໃນງານ, ຂະນະທີ່ວິສາຫະກິດນຳໜ້າທົ່ວໂລກໃນຂະແໜງການຕ່າງໆເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປັນຍາປະດິດລຸ້ນໃໝ່, ເຕັກນິກສີຂຽວ ແລະ ກາກບອນຕ່ຳເປັນຕົ້ນ ກໍໄດ້ນຳເອົາໝາກຜົນຫລ້າສຸດມາວາງສະແດງໃນງານເຊັ່ນກັນ.
3. ສະແຫວງຫາການພັດທະນາຮ່ວມກັນ ແລະ ຊົມໃຊ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ນັບແຕ່ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທຳອິດເປັນຕົ້ນມາ, ງານວາງສະແດງດັ່ງກ່າວ ໄດ້ຕັ້ງໜ້າອຳນວຍຄວາມສະດວກໃຫ້ແກ່ປະເທດດ້ວຍພັດທະນາທີ່ສຸດເຂົ້າຮ່ວມງານມາໂດຍຕະຫລອດ.
ສຳລັບງານວາງສະແດງປີນີ້ ແມ່ນໄດ້ຊຸກຍູ້ໃຫ້ວິສາຫະກິດ ແລະ ຜະລິດຕະພັນຂອງທຸກປະເທດດ້ອຍພັດທະນາທີ່ສຸດ ທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນ ລວມເຖິງ 53 ປະເທດໃນອາຟຣິກາ ໃຫ້ໄດ້ຮັບສິດທິພິເສດຈາກນະໂຍບາຍ “ພາສີເປັນສູນ” ຢ່າງເຕັມສ່ວນ, ວິສາຫະກິດຈາກປະເທດດ້ອຍພັດທະນາທີ່ສຸດ ທີ່ເຂົ້າຮ່ວມງານຄັ້ງນີ້ໄດ້ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ຄັ້ງຜ່ານມາ.
ໃນເວລາເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 32 ຢູ່ ສ ເກົາຫລີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເນັ້ນໜັກຫລາຍເທື່ອເຖິງຄຳວ່າ “ຮ່ວມກັນ”: “ຈໍ່ຕົວເປັນສະພາບການຮ່ວມມືແບບປະເທດຕ່າງໆ ຊ່ວຍຊູຍູ້ໜູນກັນໃຫ້ປະສົບຜົນສຳເລັດ ແລະ ພັດທະນາຮ່ວມກັນ”, “ສຸມໃສ່ຮ່ວມກັບບັນດາປະເທດພັດທະນາຮ່ວມກັນ, ຊົມໃຊ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.” “ຮ່ວມກັນສ້າງອະນາຄົດທີ່ດີງາມແບບຍືນຍົງ”…
ຊຸມປີຜ່ານມານີ້, ຈີນ ໄດ້ຮ່ວມກັບທົ່ວໂລກ ແບ່ງປັນໂອກາດຈາກຕະຫລາດໃຫຍ່ຂອງຈີນ, ໃຫ້ສິດທິພິເສດ “ພາສີເປັນສູນ” ຕໍ່ຜະລິດຕະພັນທັງໝົດຂອງທຸກປະເທດທີ່ດ້ອຍພັດທະນາທີ່ສຸດ ທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນ ຢ່າງຕໍ່ເນື່ອງ; ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີການຮ່ວມມືສາກົນທີ່ມີຂອບເຂດກວ້າງຂວາງທີ່ສຸດ ແລະ ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກປັດຈຸບັນ; ທາງລົດໄຟ ລາວ-ຈີນ, ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ, ທ່າກຳປັ່ນຈັນໄກ, ທາງລົດໄຟມົມບາຊາ-ໄນໂຣບີ ແລະ ໂຄງການອື່ນໆໄດ້ຊຸກຍູ້ການສ້າງສະພາບການໃໝ່ ແຫ່ງການເຊື່ອມໂຍງເຊື່ອມຈອດກັນຢ່າງບໍ່ຢຸດຢັ້ງ, ຫລາຍໆໂຄງການເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ລົງທຶນໜ້ອຍແຕ່ໄດ້ຮັບປະສິດທິຜົນຫລາຍ ກຳລັງຈັດຕັ້ງປະຕິບັດຢູ່ປະເທດຕ່າງໆຢ່າງເປັນຮູບປະທຳ ເຊິ່ງໄດ້ເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີປະສິດທິຜົນ…
ໃນການພົບປະກັນລະຫວ່າງ ປະມຸກລັດ ຈີນ-ອາເມຣິກາ ຢູ່ ສ ເກົາຫລີ ເມື່ອບໍ່ດົນມານີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ແຈງເຄັດລັບແຫ່ງການປະສົບຜົນສຳເລັດຂອງຈີນ ຢ່າງເລິກເຊິ່ງວ່າ: “ພວກເຮົາຍຶດໝັ້ນວາງແຜນພັດທະນາແລ້ວກໍສູ້ຊົນຢ່າງຕໍ່ເນື່ອງຈົນ ເຖິງທີ່ສຸດ ໂດຍບໍ່ເຄີຍຄິດທີ່ຈະທ້າທາຍໃຜ ແລະ ເຂົ້າແທນໃຜ, ແຕ່ແມ່ນສຸມກຳລັງເຂົ້າໃນການພັດທະນາຂອງຕົນໃຫ້ດີ ແລະ ພັດທະນາໃຫ້ດີກວ່າເກົ່າ ເພື່ອຮ່ວມກັນແບ່ງປັນໂອກາດການພັດທະນາກັບບັນດາປະເທດໃນໂລກ”
