Home ຂ່າວໜ້າໜຶ່ງ ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ ທູດຣັດເຊຍ

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ ທູດຣັດເຊຍ

0

ໃນວັນທີ 6 ພະຈິກນີ້,ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ວະລາດີເມຍ ກາລີນິນ, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍປະຈໍາ ສປປ ລາວ ພ້ອມທັງ ໄດ້ປະດັບຫຼຽນກາມິດຕະພາບໃຫ້ ທ່ານທູດ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີທອງສະຫວັນ ພົມວິຫານໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານວະລາດີເມຍ ກາລີນິນທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 6 ປີ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫຼາຍດ້ານ,ໂດຍສະເພາະການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ: ວຽກງານປະສານງານການກະກຽມ ແລະ ການອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂອງລາວ ແລະ ຣັດເຊຍ.ພ້ອມນີ້, ຍັງໄດ້ປະກອບສ່ວນຊຸກຍູ້ການຮ່ວມມືຫຼາຍດ້ານໃນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆໃນແຕ່ລະຂະແໜງ ເຊັ່ນ:ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການສຶກສາ, ດ້ານສາທາລະນະສຸກ, ດ້ານເສດຖະກິດ ການພັດທະນາບຸກຄະລາກອນ, ການຊ່ວຍເຫຼືອດ້ານມະນຸດສະທຳໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຢູ່ ສປປ ລາວ ແລະ ການຊຸກຍູ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນເຄື່ອງມືຕ່າງໆ.ນອກນີ້, ສຳລັບການຮ່ວມມືໃນຂອບຫຼາບຝ່າຍແມ່ນໄດ້ປະກອບສ່ວນໃນການປະສານງານ ແລະ ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນຂອບພາກພື້ນ ແລະ ສາກົນ, ໂດຍສະເພາະ ອາຊຽນ-ຣັດເຊຍ ໃນໄລຍະ ທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ. ພ້ອມນັ້ນ, ທ່ານ ທອງສະຫວັນ ພົມວິຫານໄດ້ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໄປ.

ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜົນສໍາເລັດດັ່ງກ່າວ,ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຕົກລົງເຫັນດີມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ທູດ ເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານວະລາດີເມຍ ກາລີນິນ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ຣັດເຊຍ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

(ຂ່າວ, ກະຊວງ ການຕ່າງປະເທດ,ພາບ:ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version