ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ເຈົ້າຄອງລັດເກນຕັກກີ ຂອງ ສ.ອາເມລິກາ ກ່າວວ່າ: ເຮືອບິນລຳໜຶ່ງ ຂອງບໍລິສັດ UPS ຂອງ ສ.ອາເມລິກາ ເກີດອຸບັດເຫດໃນເວລາບິນຂຶ້ນ ຈາກສະໜາມບິນສາກົນ ມູຮຳມັດ ອາລີ ຂອງນະຄອນຫຼຸຍສ໌ວິລ ລັດເກນຕັກກີ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບ 11 ຄົນ, ໃນນັ້ນ, ມີຈຳນວນໜຶ່ງບາດເຈັບໜັກ. ອຸບັດເຫດຄັ້ງນີ້ ເຮັດໃຫ້ເກີດໄຟໄໝ້ຂະໜາດໃຫຍ່, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂໍໃຫ້ປະຊາຊົນທີ່ອາໄສ ຢູ່ເຂດອ້ອມຂ້າງໃນຂອບເຂດກວ້າງສົມຄວນລີ້ຍົກຍ້າຍໄປຢູ່ບ່ອນປອດໄພກ່ອນ. ສະໜາມບິນສາກົນມູຮຳມັດ ອາລີ ເປັນສູນກາງທຸລະກິດການບິນ ຂອງບໍລິສັດ UPS. ເຈົ້າຄອງນະຄອນຫຼຸຍສ໌ວິລກ່າວວ່າ: ໃນເວລາເກີດເຫດ, ເຮືອບິນມີນ້ຳມັນເຊື້ອໄຟປະມານ 1,06 ລ້ານລິດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
