Thursday, November 13, 2025
Homeຂ່າວຕ່າງປະເທດອຸບັດເຫດເຮືອບິນຕົກ ຢູ່ ສ.ອາເມລິກາ ເຮັດໃຫ້ມີ ຜູ້ເສຍຊີວິດ-ບາດເຈັບ 14 ຄົນ

ອຸບັດເຫດເຮືອບິນຕົກ ຢູ່ ສ.ອາເມລິກາ ເຮັດໃຫ້ມີ ຜູ້ເສຍຊີວິດ-ບາດເຈັບ 14 ຄົນ

ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ເຈົ້າ​ຄອງ​ລັດ​ເກນ​ຕັກ​ກີ ​ຂອງ​ ສ.ອາ​ເມ​ລິກາ ​ກ່າວ​ວ່າ: ເ​ຮືອ​ບິນ​ລຳ​ໜຶ່ງ​ ຂອງ​ບໍ​ລິ​ສັດ UPS ຂອງ​ ສ.ອາ​ເມ​ລິ​ກາ ​​ເກີດ​ອຸ​ບັດ​ເຫດ​ໃນ​ເວ​ລາ​ບິນ​ຂຶ້ນ ​ຈາກ​ສະ​ໜາມ​ບິນ​ສາ​ກົນ ​ມູ​ຮຳ​ມັດ ອາ​ລີ​ ຂອງ​ນະ​ຄອນຫຼຸຍ​ສ໌​ວິ​ລ​ ລັດ​ເກນ​ຕັກ​ກີ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 3 ຄົນ ແລະ ບາດ​ເຈັບ 11 ຄົນ, ໃນ​ນັ້ນ, ມີ​ຈຳ​ນວນ​ໜຶ່ງ​ບາດ​ເຈັບ​ໜັກ. ອຸ​ບັດ​ເຫດ​ຄັ້ງ​ນີ້ ເຮັດ​ໃຫ້​ເກີດ​ໄຟ​ໄໝ້ຂະ​ໜາດ​ໃຫຍ່, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂໍໃຫ້​ປະ​ຊາ​ຊົນທີ່​ອາ​ໄສ​ ຢູ່ເຂດ​ອ້ອມ​ຂ້າງ​ໃນ​ຂອບ​ເຂດກວ້າງ​ສົ​ມ​ຄວນ​ລີ້​ຍົກ​ຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພ​ກ່ອນ. ສະ​ໜາມ​ບິນສາ​ກົນ​ມູ​​ຮຳ​ມັດ ອາ​ລີ ເປັນສູນກາງ​ທຸ​ລະ​ກິດ​ການ​ບິນ​ ຂອງ​ບໍ​ລິ​ສັດ UPS. ເຈົ້າ​ຄອງ​ນະ​ຄອນ​ຫຼຸຍ​ສ໌​ວິ​ລ​ກ່າວ​ວ່າ: ໃນ​ເວ​ລາ​ເກີດ​ເຫດ, ເຮືອ​ບິນ​ມີ​ນ້ຳ​ມັນ​ເຊື້ອ​ໄຟ​ປະ​ມານ 1,06 ລ້ານ​ລິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments