ກຳມະການໂຄສະນາ-ຂ່າວສານ ໄດ້ມີຄວາມພ້ອມຮອບດ້ານ ເພື່ອກຽມຮັບໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງກຳມະການໂຄສະນາ-ຂ່າວສານ ປະກອບມີ: ໜ່ວຍງານກອງເລຂາ, ໜ່ວຍງານໂຄສະນາ, ໜ່ວຍງານຖ່າຍທອດສົດ (ວິທະຍຸ, ໂທລະພາບ) ມາຮອດປັດຈຸບັນ ແຕ່ລະໜ່ວຍງານ ໄດ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ເປັນອັນລະອຽດ ແລະ ໄດ້ມີຄວາມພ້ອມໃນດ້ານຕ່າງໆ ແລ້ວຫລາຍກວ່າ 90%.
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທັງເປັນຫົວໜ້າກຳມະການໂຄສະນາ-ຂ່າວສານ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 5 ພະຈິກ 2025 ນີ້ວ່າ: ເພື່ອກຽມຮັບໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 15-25 ພະຈິກ 2025 ນີ້, ກຳມະການໂຄສະນາ-ຂ່າວສານ ໄດ້ກຽມຄວາມພ້ອມຮອບດ້ານ ເປັນຕົ້ນໄດ້ແນະນໍາໃຫ້ບັນດາອົງການສື່ມວນຊົນທົ່ວປະເທດ ຊ່ວຍກັນໂຄສະນາໂລໂກ້, ສັດນໍາໂຊກ, ຄໍາຂວັນ ແລະ ການກະກຽມນັກກິລາຂອງແຂວງຕົນ ອອກແຕ່ລະສໍານັກຂ່າວ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນຂະບວນການ ແລະ ຕໍ່ເນື່ອງ; ໄດ້ນໍາສົ່ງຮ່າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ຂອງກຳມະການໂຄສະນາ-ຂ່າວສານ ສົ່ງໃຫ້ກອງເລຂາ ເພື່ອພິຈາລະນາອະນຸມັດ; ໄດ້ກຳນົດຈຸດທີ່ຕັ້ງສູນຂ່າວ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16 ປະກອບມີ: ຫ້ອງຖະແຫລງຂ່າວ 1 ຫ້ອງ ແລະ ຫ້ອງປະຈຳນັກຂ່າວ 2 ຫ້ອງ ພ້ອມທັງໄດ້ກະກຽມວາງສະແດງຮູບພາບປະຫວັດສາດ ຄວາມເປັນມາຂອງມະຫະກຳກິລາແຫ່ງຊາດ, ຊຶ່ງຈະຈັດຢູ່ສະໜາມກິລາແຫ່ງຊາດ ຫລັກ 16. ພ້ອມນີ້, ຍັງໄດ້ຈັດຄະນະສື່ມວນຊົນ ສໍາພາດ ກຳມະການທຸກຝ່າຍ; ຈັດຄະນະສື່ມວນຊົນຕິດຕາມເກັບກຳຂ່າວ ການແລ່ນທວນໄຟຢູ່ 9 ຕົວເມືອງ, ປັດຈຸບັນດໍາເນີນໄປແລ້ວ 6 ເມືອງຄື: ສັງທອງ, ສີໂຄດຕະບອງ, ຈັນທະບູລີ, ສີສັດຈະນາກ, ຫາດຊາຍຟອງ ແລະ ເມືອງປາກງື່ມ. ພ້ອມນັ້ນ, ຍັງໄດ້ສຳເລັດການສັງລວມແບບຟອມ ລົງທະບຽນອອກບັດຮັບໃຊ້ງານດັ່ງກ່າວ.
ທ່ານ ສົມສະຫວາດ ພົງສາ ໃຫ້ຮູ້ຕື່ມວ່າ: ກຳມະການໂຄສະນາ-ຂ່າວສານ ມີໜ້າທີ່ຮັບຜິດຊອບຄົ້ນຄວ້າ ແລະ ແຈ້ງລາຍລະອຽດ ໃຫ້ບັນດາອົງການສື່ມວນຊົນ ທັງພາກລັດ, ເອກະຊົນ ແລະ ຕ່າງປະເທດ ທີ່ຕ້ອງການເຂົ້າຮ່ວມເຄື່ອນໄຫວເອົາຂ່າວ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເພື່ອມາລົງທະບຽນອອກບັດຮັບໃຊ້; ຈັດຕັ້ງສູນຂ່າວພາຍໃນ ແລະ ຕ່າງປະເທດ ພ້ອມທັງສະໜອງອຸປະກອນອໍານວຍຄວາມສະດວກຢ່າງຄົບຊຸດ ສໍາລັບນັກຂ່າວ ຢູ່ສະໜາມກິລາແຫ່ງຊາດ; ກຽມພະນັກງານຄຸ້ມຄອງສື່ມວນຊົນ ພາຍໃນ ແລະ ຕ່າງປະເທດ ເພື່ອອໍານວຍຄວາມສະດວກ ແລະ ປະສານງານ ໃຫ້ນັກຂ່າວທີ່ເຂົ້າຮ່ວມ; ສ້າງລາຍການຕາຕະລາງການຖ່າຍທອດສົດ ທາງໂທລະພາບ-ວິທະຍຸ ພິທີເປີດ-ປິດ ແລະ ບາງປະເພດກິລາ ຮ່ວມກັບກຳມະການກອງເລຂາແຫ່ງຊາດ ແລະ ກຳມະການເຕັກນິກ ຈັດການແຂ່ງຂັນ; ຈັດແບ່ງນັກຂ່າວປະຈຳແຕ່ລະຈຸດ ຢູ່ສະໜາມແຂ່ງຂັນກິລາ ເພື່ອຕິດຕາມລາຍງານຂ່າວອອກທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ ໄລຍະດໍາເນີນການແຂ່ງຂັນ; ບັນທຶກພາບນິ້ງ ແລະ ວິດີໂອ ລວມທັງຂໍ້ມູນງານກິລາທັງໝົດ ເພື່ອສຳເນົາ, ພ້ອມທັງອອກແບບໂຄງຮ່າງງານວາງສະແດງຮູບພາບ, ຄັດເລືອກຮູບພາບ ເພື່ອນໍາສະເໜີຜ່ານປະທານຈັດງານ ພິຈາລະນາ.
ໂອກາດນີ້, ທ່ານ ສົມສະຫວາດ ພົງສາ ຍັງໄດ້ຮຽກຮ້ອງໃຫ້ສື່ມວນຊົນລາວ ທຸກຂະແໜງການ ກຽມຄວາມພ້ອມດ້ານຕ່າງໆ ເພື່ອສຸມໃສ່ໂຄສະນາ ລາຍງານຂ່າວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ກໍຄື ການແຂ່ງຂັນກິລາປະເພດຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງ, ວ່ອງໄວ, ທັນການ ແລະ ທົ່ວເຖິງ.
