Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດຊຸນຕານ ແຫ່ງບຣູໄນ ດາຣູຊາລາມ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດຊຸນຕານ ແຫ່ງບຣູໄນ ດາຣູຊາລາມ

0

ໃນວັນທີ 20 ຕຸລາ 2025, ທີ່ ພະລາດຊະວັງ ອິດສະຕານາ ນູຣູ ອີມານ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງ ສົມເດັດ ຊຸນຕານ ແລະ ພະລາຊິນີ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດວັນເກີດຂອງ ສົມເດັດ ຊຸນຕານ ຄົບຮອບ 79 ປີ ໃນເດືອນກໍລະກົດ 2025 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການພັດທະນາປະເທດ ໃຫ້ມີຄວາມສະຫງົບ ແລະ ຮຸ່ງເຮືອງສີວິໄລ ພາຍໃຕ້ການນໍາພາຂອງ ສົມເດັດ. ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍກັບ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ ລັດຖະ ມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ທີ່ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ອັນອົບອຸ່ນ ແລະ ມີໝາກຜົນ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ສົມເດັດ ຊຸນຕານ ແລະ ປະຊາຊົນ ບຣູໄນ ສໍາລັບ ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປ ລາວ ໂດຍສະເພາະແມ່ນການຊ່ວຍເຫລືອດ້ານພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜັບສະໜູນທາງດ້ານການເງິນ ເພື່ອຊ່ວຍເຫລືອດ້ານໄພພິບັດ ແລະ ໂຄງການກໍ່ສ້າງສຳຄັນ ຫລາຍໂຄງການ ໃນໄລຍະຜ່ານມາ, ພ້ອມທັງ ການຊ່ວຍເຫລືອດ້ານການເງິນໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຂະນະດຽວກັນ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ພ້ອມທັງອວຍພອນໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ຖານເປັນຄູ່ຮ່ວມຍຸດທະສາດ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ,​ ພ້ອມທັງ ເຫັນດີໃຫ້ສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ລາວ-ບຣູໄນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນຂະແໜງການຕ່າງໆ ເປັນຕົ້ນການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ, ດ້ານກະສິກຳ, ພະລັງ ງານ, ການຈັດກອງປະຊຸມຄະນະກຳມະການຮ່ວມມືສອງຝ່າຍ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ລົງທຶນ ລວມທັງການຊຸກຍູ້ພົບປະ ລະຫ່ວາງພາກທຸລະກິດຂອງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version