Home ຂ່າວຕ່າງປະເທດ ໄທ-ກຳປູເຈຍ ມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ

ໄທ-ກຳປູເຈຍ ມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ

0

ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມປຶກສາຫາລື ຄັ້ງທີ 4 ລະຫວ່າງ ສ.ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ຈັດຂຶ້ນຢູ່ກົວລາລຳເປີ ຂອງມາເລເຊຍ ສາມາດບັນລຸໄດ້ບັນດາບາດກ້າວສຳຄັນໃນຄວາມມານະພະຍາຍາມຟື້ນຟູການພົວພັນສອງຝ່າຍ ລະຫວ່າງ ໄທ ແລະ ກຳປູເຈຍ. ທ່ານ ສີຫາສັກ ພວງເກດແກ້ວ (Sihasak Phuang ketkeow) ລັດຖະ ມົນຕີການຕ່າງປະເທດໄທ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ສຸມໃສ່ການສ້າງຖະແຫລງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມື ແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍ ທີ່ເປັນມິດຄືນໃໝ່. ສ່ວນຝ່າຍກຳປູເຈຍ, ທ່ານ ປຣາໂສຄົນ (Prak Sokhonn) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໃຫ້ຮູ້ວາ: ຂໍ້ຕົກລົງສັນຕິພາບ ລະຫວ່າງ ສອງປະເທດ ທີ່ຈະໄດ້ຮັບການລົງນາມຈະຊ່ວຍໃຫ້ ກຳປູເຈຍ ແລະ ໄທ ຫັນການພົວພັນເປັນປົກກະຕິ, ມຸ່ງໄປເຖິງການຮ່ວມດຳລົງຊີວິດທີ່ມີຄວາມສັນຕິພາບຄືບັນດາປະເທດ ບ້ານໃກ້ເຮືອນຄຽງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version