Home ຂ່າວການເມືອງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂໍ່ານັບຮອງປະທານພັກ ອາແຊັກໄບຊານໃໝ່

ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂໍ່ານັບຮອງປະທານພັກ ອາແຊັກໄບຊານໃໝ່

0

ເມື່ອບໍ່ດົນມານີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ໄດ້ນຳພາຄະນະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຕາຄີຣ ບູດາກົບ (Tahir BUDAGOV) ຮອງປະທານພັກອາແຊັກໄບຊານໃໝ່ (New Azerbaijan Party) ໃນໂອກາດເຂົ້າຮ່ວມກອງປະຊຸມຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP) ທີ່ນະຄອນຫລວງບາກູ, ສ ອາແຊັກໄບຊານ.

ໂອກາດນີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພັກອາແຊັກໄບຊານໃໝ່ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າ ພາບຈັດກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ຂອງອົງການ ICAPP, ພ້ອມນຳເອົາຄວາມຢື້ຢາມຖາມຂ່າວ ຈາກການນຳຂັ້ນສູງຂອງພັກ ປປ ລາວ ເຖິງການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ທີ່ມີມາແຕ່ສະໄໝອະດີດສະຫະພາບໂຊວຽດ ໂດຍສະເພາະ ການຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ຊຶ່ງກາຍເປັນປັດໄຈພື້ນຖານສຳຄັນຕໍ່ການພົວພັນ ລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ກໍຄື ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດພິເສດທາງດ້ານພູມສັນຖານ ແລະ ສະພາບການພົ້ນເດັ່ນຂອງ ສປປ ລາວ ເປັນຕົ້ນ ການພັດທະນາເສດຖະກິດ-ສັງຄົມ, ການສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ນີ້ ແລະ ການກະກຽມຈັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026.

ສະຫາຍ ຕາຄີຣ ບູດາກົບ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ-ເຮັດວຽກ ທີ່ ສ ອາແຊັກໄບຊານ ຂອງຄະນະໃນຄັ້ງນີ້, ຊຶ່ງຖືເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ອາແຊັກໄບຊານ-ລາວ ທີ່ມີມາແຕ່ດົນນານ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງໄລຍະແຫ່ງການສ້າງສາພັດທະນະປະເທດຊາດ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຈາກສອງປະເທດ. ພິເສດ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫລີມສະຫລອງ 3 ວັນປະຫວັດສາດທີ່ສໍາຄັນຂອງ ສປປ ລາວ ໃນປີນີ້ ໂດຍສະເພາະ ບັນດາຜົນງານການນໍາພາຂອງພັກ ປປ ລາວ ຕະຫລອດໄລຍະ 70 ປີຜ່ານມາ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ, ພ້ອມທັງຝາກຄວາມຢື້ຢາມຖາມຂ່າວເຖິງການນຳຂັ້ນສູງພັກ-ລັດລາວ ຕື່ມອີກ.

ຂ່າວ-ພາບ: ຄຕພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version