Home ຂ່າວຕ່າງປະເທດ ເອີ​ຣົບ​ບໍ່​ພໍ​ໃຈ​ຕໍ່​ອາ​ເມ​ຣິກາ ກັບ ຣັດ​ເຊຍ​ຈັດການ​ເຈລະ​ຈາຢູ່ບູດາເປສ

ເອີ​ຣົບ​ບໍ່​ພໍ​ໃຈ​ຕໍ່​ອາ​ເມ​ຣິກາ ກັບ ຣັດ​ເຊຍ​ຈັດການ​ເຈລະ​ຈາຢູ່ບູດາເປສ

0

ວັນ​ທີ 20 ຕຸລາ​ນີ້ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ສະຫະພາບ​ເອີ​ຣົບໄດ້​ຈັດ​ຂຶ້ນຢູ່ລຸກ​ຊຳ​ບວກ. ກ່ອນ​ຈັດ​ກອງ​ປະຊຸມດັ່ງກ່າວ, ທ່ານນາງ​ຄາ​ຢາ ຄາ​ລາສ ຜູ້ຕາງໜ້າ​ລະດັບ​ສູງດ້ານນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ສະຫະພາບ​​ເອີ​ຣົບກ່າວ​ຕໍ່​ຊື່​ມວນ​ຊົນ​ວ່າ: ສະຫະພາບ​ເອີ​ລົບ​ບໍ່ພໍ​ໃຈ​ຕໍ່​ອາ​ເມຣິກາ ກັບ ຣັດ​ເຊຍ​ຈັດການ​ເຈລະ​ຈາຢູ່​ບູດາເປສ ນະຄອນຫຼວງຮົງ​ກາຣີ. ທ່ານນາງຄາ​ລາສກ່າວ​ວ່າ: ການ​ກະທຳ​​ແບບ​ນີ້ “ບໍ່​ດີ​ປານ​ໃດ”, “ບໍ່ຢາກເຊື່ອ”​ ເລື່ອງ​ທີ່​ເຊື້ອ​​ເຊີນ​ຜູ້ນຳຣັດ​ເຊຍ​ໄປ​ເອີ​ລົບ​​. ທ່ານນາງຄາ​ລາສ​ເຫັນ​ວ່າ: ການເຈລະຈາຄັ້ງນີ້ຈະ​ເກີດ​​​ຜົນ​ໄດ້​ຫຼື​ບໍ່​ຍັງ​ບໍ່​ຮູ້ເທື່ອ. ພ້ອມ​ກັນ​ນັ້ນ, ທ່ານນາງຍັງ​ກ່າວ​ຕື່ມ​ວ່າ: ສະຫະພາບ​ເອີ​ລົບ​ສະໜັບສະໜູນ​ຜູ້ນຳຣັດ​ເຊຍ ກັບ ອູ​ແກຣນພົບ​ປະກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version