Home ຂ່າວພາຍໃນ ສ້າງຕັ້ງ ຕາແສງ ເພື່ອຮັບປະກັນໃຫ້ປະຊາຊົນ ເຂົ້າເຖິງການບໍລິການຢ່າງທົ່ວເຖິງ

ສ້າງຕັ້ງ ຕາແສງ ເພື່ອຮັບປະກັນໃຫ້ປະຊາຊົນ ເຂົ້າເຖິງການບໍລິການຢ່າງທົ່ວເຖິງ

0

ຕາແສງແມ່ນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດທີ່ຂຶ້ນກັບເມືອງ, ນະຄອນ ປະກອບດ້ວຍຫລາຍບ້ານ ຊຶ່ງມີເຂດແດນຕິດຈອດກັນ, ການກຳນົດຂອບເຂດຂອງຕາແສງ ໄດ້ອີງໃສ່ຄວາມສະດວກໃນການເຂົ້າເຖິງການບໍລິການຂອງລັດ, ພື້ນຖານໂຄງລ່າງ, ສະພາບພູມສັນຖານ, ຄວາມສະດວກໃນການເດີນທາງ ແລະ ອື່ນໆ. ສິ່ງສຳຄັນ ການສ້າງຕັ້ງຕາແສງ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ.

ການສ້າງຕັ້ງຕາແສງ ຕ້ອງມີຄົບເງື່ອນໄຂຕາມທີ່ໄດ້ກຳນົດໄວ້ໃນມາດຕາ 60 ຂອງກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ເປັນຕົ້ນ ຕ້ອງມີທີ່ຕັ້ງທາງດ້ານພູມສາດທີ່ເໝາະສົມແກ່ການປົກຄອງ ແລະ ການສະໜອງການບໍລິການຂອງລັດ ໃຫ້ແກ່ປະຊາຊົນ. ຕາແສງຢູ່ໃນຕົວເມືອງ ຕ້ອງມີພົນລະເມືອງຢ່າງໜ້ອຍ 10 ພັນກວ່າຄົນ; ຕາແສງຢູ່ເຂດທົ່ງພຽງ, ພູພຽງ ມີພົນລະເມືອງຢ່າງໜ້ອຍ 7 ພັນຄົນ; ຕາແສງຢູ່ເຂດພູດອຍ ມີພົນລະເມືອງຢ່າງໜ້ອຍ 2 ພັນກວ່າຄົນ ແລະ ຕ້ອງມີຢ່າງໜ້ອຍ 3 ບ້ານ ຂຶ້ນໄປ ຈຶ່ງຈະສາມາມາດສ້າງເປັນຕາແສງໄດ້.

ສ່ວນບຸກຄະລາກອນຕາແສງ ປະກອບມີ: ປະທານ ຄະນະກຳມະການປົກຄອງຕາແສງ 1 ທ່ານ, ມີຕຳແໜ່ງບໍລິຫານປະເພດ 4 ເທົ່າກັບຫົວໜ້າຫ້ອງການຂັ້ນເມືອງ, ທັງເປັນເລຂາຄະນະພັກຕາແສງ; ມີຮອງປະທານ ຄະນະກຳມະການປົກຄອງຕາແສງ ບໍ່ເກີນ 2 ທ່ານ, ມີຕຳແໜ່ງບໍລິຫານປະເພດ 5, ທັງເປັນຮອງເລຂາຄະນະພັກ ຫລື ກຳມະການປະຈຳຄະນະພັກຕາແສງ; ມີກຳມະການ ທີ່ເປັນຫົວໜ້າໜ່ວຍງານ, ໜ່ວຍງານລະ 1 ທ່ານ, ມີຕຳແໜ່ງບໍລິຫານປະເພດ 6, ທັງເປັນກຳມະການຄະນະພັກຕາ ແສງ; ມີພະນັກງານຊ່ວຍວຽກ 3-5 ທ່ານ. ສະນັ້ນ, ບຸກຄະລາກອນທີ່ປະກອບຢູ່ຕາແສງ ລວມທັງໝົດບໍ່ເກີນ 13 ທ່ານຕໍ່ຕາແສງ. ໃນນັ້ນ, ໃຫ້ມີພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ຄະນະກຳມະການ ບໍ່ເກີນ 8 ທ່ານ ແລະ ພະນັກງານ ຊ່ວຍວຽກ ທີ່ບໍ່ແມ່ນລັດຖະກອນ ບໍ່ເກີນ 5 ທ່ານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version