ພິທີເປີດບັ້ນໂຄສະນາ ແລະ ຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນ ໃນວັນທີ 20 ຕຸລານີ້ ທີ່ໂຮງແຮມຄຣາວພະລາຊາ ນະຄອນຫຼວງວຽງຈັນ ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ທ່ານ ບັກຄາດໍ ກາເດຣົບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ທ່ານ ບັກຕິຢໍ ຄາເດຍຣົບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ບັນດາທ່ານທູດ ຕານຸທູດ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ ການເລີ່ມຕົ້ນລົງເກັບກຳຂໍ້ມູນພາກສະໜາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ຈະໄດ້ເລີ່ມຕົ້ນໃນວັນທີ 3 ພະຈິກ 2025 ຫາວັນທີ 28 ທັນວາ 2025 ສະນັ້ນ ການໂຄສະນາ ແລະ ການກະຕຸກຊຸກຍູ້ເພື່ອໃຫ້ທຸກພາກສ່ວນ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດເພື່ອເຮັດໃຫ້ບັນດາການນໍາພັກ-ລັດ ພະນັກງານ ທະຫານ ຕຳຫຼວດ ນັກທຸລະກິດ ພໍ່ຄ້າຊາວຂາຍ ນັກຮຽນຮູ້ ນັກສຶກສາຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ແລະ ທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈເພື່ອໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສະໜອງຂໍ້ມູນໃຫ້ແກ່ນັກເດີນສໍາຫຼວດ.
ມາຮອດປັດຈຸບັນໄດ້ມີຄວາມພ້ອມໃນການລົງເກັບກຳຂໍ້ມູນພາກສະໜາມແລ້ວ ສະນັ້ນ ເພື່ອຮັບປະກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈ ແລະ ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດໃນຄັ້ງນີ້ຢ່າງກວ້າງ ແລະ ທົ່ວເຖິງ ໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນອົງການຈັດຕັ້ງພາກລັດ ພາກເອກະຊົນ ອໍານາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການຮ່ວມແຮງຮ່ວມໃຈ ສະໜັບສະໜູນຢ່າງຕັ້ງໜ້າເພື່ອເຮັດໃຫ້ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5 ປີ 2025 ໄດ້ຮັບຜົນສາເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍ ໃນນາມຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ຕາງໜ້າໃຫ້ລັດຖະບານ ຂໍສະແດງຄວາມຂອບໃຈມາຍັງລັດຖະບານປະເທດ ສ ປ ຈີນ ບັນດາຄຸ່ມຮ່ວມພັດທະນາ ອົງການຈັດຕັ້ງສາກົນ ຄະນະຊີ້ນໍາລະດັບຊາດ ແລະ ຂັ້ນແຂວງ ອໍານາດການປົກຄອງທ້ອງຖິ່ນ ຕະຫຼອດເຖິງນັກເດີນສໍາຫຼວດ ແລະ ນັກກວດກາທຸກທ່ານທີ່ທຸມເທເຫື່ອແຮງ ແລະ ປະກອບສ່ວນສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການເຮັດໃຫ້ຂະບວນການກະກຽມການສໍາຫຼວດໃນຄັ້ງນີ້ມີຄວາມພ້ອມ ແລະໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.