Home ຂ່າວຕ່າງປະເທດ ກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກ ປະເທດສະມາຊິກ RCEP

ກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກ ປະເທດສະມາຊິກ RCEP

0

ຂ່າວສານຊີອາໄອລາຍງານວ່າ: ລະຫວ່າງວັນທີ 17 ຫາ 18 ຕຸລານີ້, ກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກຂອງປະເທດສະມາຊິກອາເຊັບ (RCEP) ປີ 2025 ໄດ້ຈັດຂຶ້ນທີ່ນະຄອນຮວງສ່ານ ແຂວງອ່ານຮຸ່ຍ ຈີນ.

ກອງປະຊຸມມີຈຸດປະສົງເພື່ອສ້າງເວທີການແລກປ່ຽນ ແລະ ຮ່ວມມືສາກົນໃນດ້ານການປົກປັກຮັກສາ ສືບທອດ ແລະ ສົ່ງເສີມມໍລະດົກໂລກສຳລັບປະເທດສະມາຊິກ RCEP, ຊຸກຍູ້ໃຫ້ບັນດາປະເທດສະມາຊິກ RCEP ພັດທະນາການທ່ອງທ່ຽວກ່ຽວກັບມໍລະດົກໂລກ. ກອງປະຊຸມໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຊຸກຍູ້ມໍລະດົກໂລກແຫ່ງຕ່າງໆດຳເນີນການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ປົກປັກຮັກສາມໍລະດົກ, ຍົກສູງຄວາມສາມາດ ແລະ ເພີ່ມທະວີການໂຄສະນາສາກົນເປັນຕົ້ນ.

ຂ່າວລະບຸວ່າ: ມີ 180 ທ່ານ ຈາກ 15 ປະເທດສະມາຊິກ RCEP ແລະ ອົງການຄຸ້ມຄອງ ມໍລະດົກໂລກ 60 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version