ພິທິເປີດ ໂຮງງານຜະລິດຢາ alliance ລາວພັນທະມິດ ແຫ່ງທີ 2 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາຜ່ານມາ ທີ່ ບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ກິມມີ້ ສະຫວັດວິພານ ຜູ້ອຳນວຍການ ໂຮງງານຜະລິດຢາ ລາວພັນທະມິດ ກ່າວວ່າ: ພັນທະມິດກຣຸບ ໄດ້ດຳເນີນທຸລະກິດດ້ານຜະລິດສານເຄມີທີ່ມີຄວາມລະອຽດ OEM ແລະ CDMO. ໃນເດືອນມິຖຸນາປີ 2016 ໄດ້ຂະຫຍາຍທຸລະກິດມາທີ່ ສປປ ລາວ ເຮັດການຜະລິດ API ການຜະລິດທີ່ມີສ່ວນປະສົມຂອງຢາ ແລະ ອາຫານເສີມ ຫຼື ເຄື່ອງສໍາອາງ ແລະ ບໍລິສັດ ລາວພັນທະມິດ ຟາມາ ກຣຸບ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນເດືອນເມສາ ປີ 2021 ທີ່ເຂດພັດທະນາກວມລວມໄຊເສດຖາ ໂດຍເປັນບໍລິສັດ ຮ່ວມທຶນລະຫວ່າງ ຈີນ, ການາດາ ແລະ ລາວ ຊຶ່ງໄດ້ບັນລຸຕາມມາດຕະຖານ GMP (Good manufacturing Practice) ສາກົນ ໃນລະດັບອາຊີດ້ວຍຈຸດປະສົງທີ່ຢາກຈະເປັນຜູ້ຜະລິດ, ນໍາເຂົ້າ-ສົ່ງອອກ ແລະ ຈັດຈຳໜ່າຍຜະລິດຕະພັນທາງການຢາ, ອຸປະກອນທາງການແພດ, ເຄມີພັນໃຊ້ໃນຄົວເຮືອນ, ເຄື່ອງສໍາອາງ ແລະ ອາຫານເສີມເບິ່ງແຍງສຸຂະພາບຊັ້ນນໍາຂອງປະເທດກໍຄືໃນພາກພື້ນ ແລະ ສາກົນ ຊຶ່ງໂຮງງານແຫ່ງໃໝ່ນີ້ບໍ່ພຽງແຕ່ເປັນການຂະຫຍາຍຂະໜາດການຜະລິດເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບມາດຕະຖານ ແລະ ທ່າແຮງຂອງອຸດສາຫະກຳການຢາໃນ ສປປ ລາວ ໃຫ້ກ້າວຂຶ້ນສູ່ລະດັບສາກົນ; ໂຮງງານດັ່ງກ່າວ ໃຊ້ເວລາກໍ່ສ້າງເປັນເວລາ 2 ປີ ດ້ວຍມູນຄ່າການລົງທຶນທັງໝົດ 150 ລ້ານໂດລາ ຊຶ່ງໂຮງງານດັ່ງກ່າວ ຈະເປັນຖານການຜະລິດຢາ ແລະ ຜະລິດຕະພັນເພື່ອສຸຂະພາບທີ່ຫຼາກຫຼາຍ, ລວມທັງ ຢາປົວພະຍາດທີ່ຈໍາເປັນ ແລະ ຜະລິດຕະພັນຈາກເຕັກໂນໂລຊີ ຊີວະພາບທີ່ກ້າວໜ້າ, ໂດຍສະເພາະແມ່ນການຕໍ່ຍອດຈາກພາກ ວິຊາການ ສເຕັມເຊລ (Stem Cell) ທີ່ພວກເຮົາໄດ້ແລກປ່ຽນຄວາມຮູ້ກັນມາ.
ໂຮງງານແຫ່ງນີ້ ບໍ່ພຽງແຕ່ຈະກາຍເປັນຖານໃໝ່ ໃນການຜະລິດຢາ ຂອງ ສປປ ລາວ ແຕ່ຍັງມຸ່ງຫວັງວ່າ ໂຮງງານແຫ່ງນີ້ ຈະກາຍເປັນການສ້າງຄວາມໝັ້ນຄົງທາງດ້ານການຢາທີ່ຈະຊ່ວຍຫຼຸດຜ່ອນການເພິ່ງພາການນໍາເຂົ້າ ແລະ ຮັບປະກັນການມີຢາຄຸນນະພາບໄວ້ປິ່ນປົວປະຊາຊົນ.
ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ກະຊວງສາທາລະນະສຸກ ໄດ້ຖືເອົາວຽກງານອາຫານ ແລະ ຢາ ເປັນຕົ້ນຕໍ, ຖືເອົາການປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ ເພື່ອໃຫ້ມີການຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ການເຂົ້າເຖິງ ຢາ ແລະ ຜະລິດຕະພັນການແພດນັບທັງສູນກາງ ແລະ ທ້ອງຖິ່ນ. ໃນລະຍະຜ່ານມາກະຊວງສາທາລະນະສຸກ ກໍໄດ້ເອົາໃຈໃສ່ ຊີ້ນໍາ ສາຍແຜນງານກ່ຽວຂ້ອງ ເປັນຕົ້ນກົມອາຫານ ແລະ ຢາ ໃນນາມເປັນແຜນງານຄຸ້ມຄອງແຫ່ງຊາດ ດ້ານອາຫານ ແລະ ຢາ ຂອງຂະແໜງການສາທາລະນະສຸກ ເພື່ອລົງຕິດຕາມຊຸກຍູ້-ຊ່ວຍເຫຼືອ ເຮັດໃຫ້ການດໍາເນີນການສ້າງຕັ້ງໂຮງງານແຫ່ງນີ້ ຈັດຕັ້ງປະຕິບັດມີຜົນສໍາເລັດເປັນເທື່ອລະກ້າວ ແລະ ປະຕິບັດໃຫ້ສອດຄ່ອງຕາມລະບຽບຫຼັກການຂອງຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆ, ນອກຈາກນີ້ ກົມອາຫານ ແລະ ຢາ ໂດຍສະເພາະຄະນະກໍາມະການກວດກາ ການຜະລິດຢາທີ່ດີ ຫຼື ຄະນະກວດກາ GMP ກໍໄດ້ຈັດການຝຶກອົບຮົມ ຄວາມຮູ້ພື້ນຖານ ດ້ານຫຼັກການ GMP ໃຫ້ແກ່ບຸກຄະລາກອນຫຼັກແຫຼ່ງ ຂອງໂຮງງານ ແຫ່ງນີ້ ເພື່ອກະກຽມ ການດໍາເນີນການຜະລິດ ໃຫ້ໄດ້ຮັບຜະລິດຕະພັນຢາທີ່ມີຄຸນນະພາບ, ມີປະສິດທິພາບ ແລະ ມີຄວາມປອດໄພ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ການກັນ ແລະ ຮັກສາສຸຂະພາບ ໃນຂອບເຂດທົ່ວປະເທດ ລວມທັງ ໃຫ້ສາມາດ ສົ່ງຜະລິດຕະພັນອອກໄປຈໍາໜ່າຍຢູ່ຕ່າງປະເທດ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ