Home ຂ່າວຕ່າງປະເທດ ອີຢູ ສະເໜີຂໍ້ລິເລີ່ມກ່ຽວກັບລະບົບປ້ອງກັນຕ້ານອຸປະກອນບິນບໍ່ມີຄົນຂັບ

ອີຢູ ສະເໜີຂໍ້ລິເລີ່ມກ່ຽວກັບລະບົບປ້ອງກັນຕ້ານອຸປະກອນບິນບໍ່ມີຄົນຂັບ

0

ວິທະຍຸກະຈາຍສຽງຫວຽດນາມ, ຄະນະກຳມະການເອີຣົບ (EC) ຈະຍື່ນສະເໜີຂໍ້ລິເລີ່ມໃໝ່ ກ່ຽວກັບລະບົບປ້ອງກັນຕ້ານອຸປະກອນບິນ ບໍ່ມີຄົນຂັບ (UAV) ໃນວັນທີ 16 ຕຸລາ ເພື່ອແນໃສ່ ເພີ່ມທະວີ ຄວາມໝັ້ນ ຄົງ ຢູ່ທາງທິດຕາເວັນອອກ ຂອງກຸ່ມ. ຂໍ້ລິເລີ່ມນີ້ຈະໄດ້ນຳເຂົ້ານະໂຍບາຍດ້ານປ້ອງກັນຊາດ ຂອງສະຫະພາບ ເອີຣົບ (EU), ມຸ່ງໄປເຖິງບາດກ້າວທຳອິດໃນການຜັນຂະຫຍາຍລະບົບປ້ອງກັນ UAV ນັບແຕ່ ທ້າຍປີ 2026 ແລະ ປັບປຸງທົ່ວລະບົບໃຫ້ສຳເລັດໃນທ້າຍປີ 2027. ລະບົບນີ້ ລວມມີບັນດາອຸປະກອນຄົ້ນພົບ, ກ່າວເຕືອນ ແລະ ສະກັດກັ້ນການແຊກເຂົ້າຊາຍແດນ ຂອງ UAV, ປະກອບສ່ວນ ຮັບປະກັນ ຄວາມໝັ້ນຄົງ ທາງອາກາດ ແລະ ໜູນຊ່ວຍບັນດາປະເທດສະມາຊິກ ໃນການສົມທົບກັນປ້ອງກັນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version