Home ຂ່າວຕ່າງປະເທດ ຣັດເຊຍ ຄົ້ນພົບເພັດທີ່ີມີຄຸນນະພາບສູງ ນໍ້າໜັກ 340 ກະຣັດ

ຣັດເຊຍ ຄົ້ນພົບເພັດທີ່ີມີຄຸນນະພາບສູງ ນໍ້າໜັກ 340 ກະຣັດ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວ່າ: ທ່ານ ອະເລັກຊານເດີຣ ຊີບຸລສກີ ຜູ້ວ່າການພາກພື້ນ ອາຣຄັນເກລສ ຂອງ ຣັດເຊຍ ເປີດເຜີຍວ່າ: ໄດ້ຄົ້ນພົບ ເພັດທີ່ີມີຄຸນນະພາບສູງ ລວມມີ ນໍ້າໜັກ 340 ກະຣັດ ທີ່ແຫລ່ງແຮ່ທາດ ໃນພາກພື້ນ ຊຶ່ງເປັນ ເພັດ ຂະໜາດໃຫຍ່ທີ່ສຸດ. ໜຶ່ງໃນ 5 ທີ່ ຄົ້ນພົບ ໃນຣັດເຊຍ ຍຸກໃໝ່ ແລະ ໃຫຍ່ທີ່ສຸດ ເທົ່າທີ່ເຄີຍພົບມາ ໃນໄລຍະ ການພັດທະນາ ອຸດສາຫະກຳ ຂອງແຫລ່ງແຮ່ວີກຣີບ V. Grib deposit ໃນທ້ອງຖິ່ນ.

ອັນຍາມະນີເມັດນີ້ ບໍ່ພຽງແຕ່ ໂດດເດັ່ນ ດ້ວຍຂະໜາດ ທີ່ບໍ່ທຳມະດາ ແຕ່ຍັງມີ ຄຸນນະພາບ ແລະ ມູນຄ່າທາງການຕະຫລາດສູງ, ໂດຍເພັດ ທີ່ມີ ລັກສະນະນີ້ ມີອັດຕາສ່ວນ ບໍ່ເກີນ 2% ຂອງ ເພັດທຳມະຊາດທັງໝົດ. ແຫລ່ງແຮ່ເບື້ອງຕົ້ນ ພັດທະນາ ໂດຍບໍລິສັດ ເອຈີດີ ໄດມອນສ (AGD Diamonds) ຊຶ່ງເປັນ ບໍລິສັດບໍ່ເພັດ ຂອງຣັດເຊຍ . ໃນຂະນະທີ່ ຣັດເຊຍ ເປັນຜູ້ຜະລິດເພັດ ລາຍໃຫຍ່ສຸດ ຂອງ ໂລກ ທາງດ້ານປະລິມານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version