ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ຂຶ້ນໃນວັນທີ 13 ຕຸລາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີບັນດາປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຕາ ເທບພະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະປະຈຳປີ 2025 ຄັ້ງນີ້ ຖືວ່າເປັນກອງປະຊຸມເທື່ອສຸດທ້າຍຂອງກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ ຊຸດທີ IX ເພື່ອຮັບຟັງການລາຍງານ, ປະ ກອບຄໍາເຫັນ ແລະ ຮັບຮອງເອົາການສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວປີ 2026, ການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງ ກວທສ; ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ທິດທາງແຜນການ ເຄື່ອນໄຫວ 5 ປີ (2026-2030) ຂອງບັນດາຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊີດຊູຄວາມຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງຢູ່ທ້ອງຖິ່ນ ແລະ ຂະແໜງການ ເພື່ອເປັນພື້ນຖານໃນການນຳໄປຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງບັນດາເອກະສານ ໃຫ້ມີເນື້ອໃນທີ່ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ສາມາດຮັບຮອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ໂອກາດນີ້, ທ່ານ ຄຳໃບ ດຳລັດ ຕີລາຄາສູງຕໍ່ຜົນສຳເລັດທີ່ກຳມາທິການວັດທະນະທຳ-ສັງຄົມ ຍາດມາໄດ້ຕະຫລອດໄລຍະເວລາເກືອບ 5 ປີຜ່ານມາ, ພ້ອມທັງເນັ້ນໃຫ້ເພີ່ມທະວີການປະຕິບັດພາລະບົດບາດເປັນຕົວແທນຂອງປະຊາຊົນໃຫ້ເລິກເຊິ່ງກວ່າເກົ່າ ໂດຍຕ້ອງສືບຕໍ່ລົງພົບປະ, ຮັບຟັງ ແລະ ເກັບກຳຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໂດຍສະເພາະບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນຄຸນນະພາບການສຶກສາ, ການເຂົ້າເຖິງການບໍລິການສາທາລະນະສຸກ, ບັນຫາສິ່ງເສບຕິດ, ການວ່າງງານຂອງຊາວໜຸ່ມ ແລະ ການປົກປ້ອງຄຸ້ມຄອງແຮງງານ; ຍົກສູງປະສິດທິຜົນຂອງການຕິດຕາມການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ທີ່ສົ່ງຜ່ານສາຍດ່ວນ 156 ແລະ ຊ່ອງທາງຕ່າງໆຂອງສະພາແຫ່ງຊາດ ໃຫ້ສິ້ນສຸດ ແລະ ເປັນຮູບປະທຳ; ຍົກສູງຄຸນນະພາບວຽກງານດ້ານນິຕິບັນຍັດໃຫ້ທັນກັບການປ່ຽນແປງຂອງຍຸກສະໄໝໃນການສ້າງ ແລະ ປັບປຸງກົດໝາຍ, ຕ້ອງຮັບປະກັນບໍ່ພຽງດ້ານເນື້ອໃນທີ່ຄົບຖ້ວນຮັດກຸມ, ແຕ່ຕ້ອງມີວິໄສທັດຍາວໄກ, ສາມາດຮອງຮັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຫັນເປັນດີຈິຕອນ; ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກຳໃໝ່ໆ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເຊັ່ນ: ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງຂໍ້ມູນຂ່າວສານທາງອອນລາຍ, ການປົກປ້ອງເດັກໃນສະພາບແວດລ້ອມດີຈິຕອນ ແລະ ການສົ່ງເສີມອຸດສາຫະກຳວັດທະນະທຳສ້າງສັນ; ເສີມຂະຫຍາຍພາລະບົດບາດໃນການພິຈາລະນາ ແລະ ຕັດສິນບັນຫາສຳຄັນຂອງຊາດ ໂດຍອີງໃສ່ຂໍ້ມູນ ແລະ ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ໃນການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ຕ້ອງວິເຄາະວິໄຈໃຫ້ເລິກເຊິ່ງເຖິງຜົນກະທົບດ້ານສັງຄົມ ແລະ ວັດທະນະທຳ ແລະ ຕ້ອງຮັບປະກັນວ່າໂຄງການລົງທຶນຕ່າງໆຂອງລັດ ໄດ້ຖືກຈັດສັນຢ່າງສົມເຫດສົມຜົນ, ຖືກຕ້ອງກັບບັນຫາຕົວຈິງຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs); ຫັນການຕິດຕາມກວດກາຈາກແບບຂະບວນການ ໄປສູ່ການປະເມີນຜົນກະທົບ ເຊິ່ງຕ້ອງເພີ່ມທະວີການຕິດຕາມກວດກາແບບມີຈຸດສຸມ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍ ບາຍໃຫຍ່ຂອງພັກ-ລັດ ເຊັ່ນ: ການປະຕິຮູບການສຶກສາ, ການປັບປຸງຄຸນນະພາບການບໍລິການສາທາລະນະສຸກ, ການພັດທະນາສີມືແຮງງານ ແລະ ການອະນຸລັກຮັກສາມໍລະດົກວັດທະນະທຳ.
ຂ່າວ: ສພຊ