Home ຂ່າວຕ່າງປະເທດ OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

0

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນຈາກ 308 ລ້ານບາເຣນຕໍ່ມື້ເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050 ຊຶ່ງເປັນອັດຕາການເຕີບໂຕ 23%.

ທ່ານ ເບຣູຊ ໄບຄາລິຊາເດ ຫົວໜ້າພະແນກສຶກສານ້ໍາມັນຂອງອົງການດັ່ງກ່າວ ຊຶ່ງນໍາສະເໜີບົດລາຍງານທ່າອ່ຽງຕະຫຼາດນ້ໍາມັນທົ່ວໂລກໃນງານສັບປະດາພະລັງງານຂອງກາຊັກສະຖານ ປີ 2025 ແລະກອງປະຊຸມ KAZENERGY ຄັ້ງທີ 16 ທີ່ນະຄອນຫຼວງອັສຕານາ ຂອງກາຊັກສະຖານ ວ່າ: ຄວາມຕ້ອງການນ້ໍາມັນເພີ່ມຂຶ້ນຕາມການເຕີບໂຕຂອງປະຊາກອນໂລກ ທີ່ຈະເພີ່ມຂຶ້ນຈາກ 8.72 ຕື້ຄົນ ເປັນ 9.7 ຕື້ຄົນ.

ທ່ານ ໄບຄາລິຊາເດ ກ່າວວ່າ: ປະຊາກອນຫຼາຍກວ່າ 1.2 ຕື້ຄົນ ຈະອາໄສຢູ່ຕາມຕົວເມືອງໃນປີ 2050, ໃນຂະນະທີ່ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຈະເລັ່ງການເຕີບໂຕຂອງບັນດາສະມາຊິກອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD). ໂດຍຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຂະແໜງທຸລະກິດນ້ໍາມັນຈະເພີ່ມປະສິດທິພາບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ, ແຕ່ຈະບໍ່ມີຄວາມກ້າວໜ້າທາງເຕັກໂນໂລຊີທີ່ສໍາຄັນເກີດຂຶ້ນ.

ບົດລາຍງານລະບຸຕື່ມວ່າ: ພະລັງງານໝູນວຽນຈະກວມເອົາ 13.5% ຂອງການປະສົມພະລັງງານທົ່ວໂລກໃນປີ 2050, ໃນຂະນະທີ່ຖ່ານຫີນ ແລະ ແຫຼ່ງພະລັງງານອື່ນໆຈະເຫັນວ່າສ່ວນແບ່ງຫຼຸດລົງ 13%, ການຜະລິດໄຟຟ້າຈາກຖ່ານຫີນຈະຫຼຸດລົງເປັນ 3.2 terawatt ຊົ່ວໂມງ, ເຮັດໃຫ້ສ່ວນແບ່ງຂອງພະລັງງານທາງເລືອກເພີ່ມຂຶ້ນຈາກ 24% ເປັນ 65.5%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version