Home ຂ່າວຕ່າງປະເທດ ກະຊວງພະລັງງານອາເມຣິກາ ປະກາດຢຸດຕິໂຄງການພະລັງງານໃໝ່ມູນຄ່າເກືອບ 8 ຕື້ໂດລາ

ກະຊວງພະລັງງານອາເມຣິກາ ປະກາດຢຸດຕິໂຄງການພະລັງງານໃໝ່ມູນຄ່າເກືອບ 8 ຕື້ໂດລາ

0

ຂ່າວສານຊີອາໄອລາຍງານ ວ່າ: ໃນວັນທີ 2 ຕຸລາ ຜ່ານມາ, ກະຊວງພະລັງງານ ສະຫະລັດ ອາເມຣິກາ ໄດ້ປະກາດຈະຢຸດຕິໂຄງການພະລັງງານ 223 ໂຄງການ, ມູນຄ່າທີ່ກ່ຽວຂ້ອງທັງໝົດມີປະມານ 7 ຕື້ 560 ລ້ານໂດລາ. ໂຄງການເຫຼົ່ານີ້ຕົ້ນຕໍມີສ່ວນກ່ຽວພັນເຖິງພະລັງງານສະອາດ ແລະ ພະລັງງານໝູນວຽນ, ລັດທີ່ພັກເດໂມແຄຣັດໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນປີກາຍນີ້ຈະຖືກຜົນກະທົບໂດຍທົ່ວໄປ.

ກະຊວງພະລັງງານ ສະຫະລັດ ອາເມຣິກາ ໄດ້ແຈ້ງຂ່າວວ່າ: ເມື່ອພິຈາລະນາຈາກຜົນປະໂຫຍດດ້ານເສດຖະກິດ, ຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມປອດໄພດ້ານພະລັງງານ ແລະ ດ້ານອື່ນໆແລ້ວ, ໂຄງການທີ່ຖືກຢຸດຕິນັ້ນບໍ່ໄດ້ບັນລຸມາດຕະຖານທີ່ສາມາດສືບຕໍ່ໄດ້ຮັບງົບປະມານຈາກລັດຖະບານ. ຝ່າຍຮັບທຶນໂຄງການສາມາດກ່າວຟ້ອງໄດ້ພາຍໃນ 30 ວັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version