Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ຕ້ອນຮັບທູດໄທ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດໄທ ເຂົ້າຢ້ຽມອໍາລາ

0

ໃນວັນທີ 30 ກັນຍາ 2025 ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາລາວ ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳ ເລັດໃນການປະຕິບັດໜ້າທີ່ ທາງການທູດຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດລາວ-ໄທ, ໄທ-ລາວ ໃນຂົງເຂດການຮ່ວມມືດ້ານຕ່າງໆ, ເສີມສ້າງການໄປມາຫາສູ່ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ໃນຂະນະດຽວກັນ, ນາງ ມໍຣະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານລາວ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມນີ້, ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ໄດ້ຮັບການຍົກລະດັບ.

ໃນໂອກາດດຽວກັນ, ນາງ ມໍຣະກົດ ສີສະຫວັດ ກໍໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຫໍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version