ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ກ່າວວ່າ: “ຂ້າພະເຈົ້າເຫັນວ່າ ຈີນ ໄດ້ສະເໜີຂໍ້ລິເລີ່ມການບໍລິຫານທົ່ວໂລກອອກມາໃນເວລາອັນເໝາະສົມ.” ນັບແຕ່ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະເໜີຂໍ້ລິເລີ່ມການບໍລິຫານທົ່ວໂລກ ໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ກຳແພງນະຄອນທ່ຽນສິນ ຂອງ ສປ ຈີນ ໃນວັນທີ 1 ກັນຍາ ນີ້ເປັນຕົ້ນມາ, ຫລາຍປະເທດກຳລັງພັດທະນາໃນໂລກໄດ້ເອົາໃຈໃສ່ ແລະ ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ລິເລີ່ມດັ່ງກ່າວໃນລະດັບສູງ. ໃນຖານະເປັນໜຶ່ງໃນສະມາຊິກສຳຄັນຂອງປະເທດກຳລັງພັດທະນາໃນເຂດໂລກໃຕ້, ສປປ ລາວ ໄດ້ສະແດງໃຫ້ເຫັນພຶດຕິກຳຕົວຈິງໃນການພັດທະນາຂອງຕົນວ່າ: ຍ້ອນຫຍັງ ຂໍ້ລິເລີ່ມດັ່ງກ່າວສາມາດກາຍເປັນທາງເລືອກຮ່ວມຂອງປະຊາຄົມໂລກ ໂດຍໄດ້ຂ້າມຜ່ານຄວາມແຕກໂຕນກັນທາງພາກພື້ນ ແລະ ລະບອບການປົກຄອງຂອງປະເທດຕ່າງໆ. ຂໍ້ລິເລີ່ມການບໍລິຫານທົ່ວໂລກແມ່ນສອດຄ່ອງກັບການສະແຫວງຫາຄວາມຍຸຕິທຳ ແລະ ຄວາມເປັນທຳຂອງປະເທດກຳລັງພັດທະນາທັງຫລາຍ. ເປັນເວລາດົນນານມາແລ້ວ, ກົນໄກບໍລິຫານສາກົນທີ່ມີຢູ່ໃນປັດຈຸບັນ ມີຄວາມບໍ່ສົມເຫດສົມຜົນຫລາຍບ່ອນ, ລັກສະນະຕາງໜ້າຂອງປະເທດກຳລັງພັດທະນາໜ້ອຍທີ່ສຸດ. ບາງປະເທດປະຕິບັດລັດທິເຈົ້າອຳນາດ ແລະ ລັດທິປົກປ້ອງ ເຊິ່ງໄດ້ກະທົບກະເທືອນເຖິງລະບຽບການບໍລິຫານສາກົນຢ່າງໜັກໜ່ວງ. ສ່ວນຂໍ້ລິເລີ່ມການບໍລິຫານທົ່ວໂລກໄດ້ຖືເອົາ “ການປະຕິບັດຄວາມສະເໝີພາບທາງອະທິປະໄຕ” ເປັນປະຖົມປັດໄຈ ໂດຍກ່າວເນັ້ນໜັກວ່າ: ບໍ່ວ່າປະເທດນ້ອຍ ຫລື ປະເທດໃຫຍ່, ປະເທດເຂັ້ມແຂງ ຫລື ປະເທດອ່ອນແອ, ປະເທດຮັ່ງມີ ຫລື ປະເທດທຸກຍາກ, ລ້ວນແຕ່ມີສິດສະເໝີພາບໃນການເຂົ້າຮ່ວມວຽກງານສາກົນ. ເວົ້າສຳລັບປະເທດກຳລັງພັດທະນາຄື ສປປ ລາວ ແລ້ວ, ມີຄວາມໝາຍສຳຄັນຫລາຍ. ສປປ ລາວ ໄດ້ສຸມໃສ່ການປົກປັກຮັກສາອະທິປະໄຕ ແລະ ຄວາມເປັນເອກະລາດແຫ່ງຊາດມາໂດຍຕະຫລອດ ແລະ ມີຄວາມປາດຖະໜາຢ່າງແຮງກ້າ ໃນການສະແຫວງຫາສິດປະກອບຄຳເຫັນຢ່າງສະເໝີພາບໃນເວທີສາກົນ. ຂໍ້ລິເລີ່ມການບໍລິຫານທົ່ວໂລກໄດ້ສ້າງເວທີທີ່ຍຸຕິທຳໃຫ້ແກ່ປະເທດກຳລັງພັດທະນາ ເຊິ່ງລວມທັງ ສປປ ລາວ ເພື່ອເຮັດໃຫ້ປະເທດເຫລົ່ານີ້ ສາມາດສະເໜີຄວາມຮຽກຮ້ອງຕ້ອງການຂອງຕົນ ແລະ ປົກປ້ອງສິດທິຂອງຕົນໄດ້ດີກວ່າເກົ່າ.
ຂໍ້ລິເລີ່ມການບໍລິຫານທົ່ວໂລກແມ່ນສອດຄ່ອງກັບຄວາມປາດຖະໜາຂອງປະເທດກຳລັງພັດທະນາ ທີ່ສະແຫວງຫາການພັດທະນາ ແລະ ຄວາມໝັ້ນຄົງ.

ປັດຈຸບັນ, ປະເທດກຳລັງພັດທະນາ ພວມຜະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊັ່ນ: ການພັດທະນາເສດຖະກິດປະສົບຄວາມຫຍຸ້ງຍາກ, ຄວາມແຕກໂຕນກັນດ້ານດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ. ຂໍ້ລິເລີ່ມການບໍລິຫານທົ່ວໂລກໄດ້ເນັ້ນໜັກເຖິງ “ການສົ່ງເສີມການຖືປະຊາຊົນເປັນກົກ” ແລະ “ຍຶດໝັ້ນການຍາດແຍ່ງໝາກຜົນຕົວຈິງ” ໂດຍສຸມໃສ່ແກ້ໄຂບັນຫາຕົວຈິງ. ຖື ສປປ ລາວ ເປັນຕົວຢ່າງ: ການພັດທະນາເສດຖະກິດຂອງ ສປປ ລາວ ພວມປະສົບກັບສະພາບເງິນເຟີ້ເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາບໍ່ໝັ້ນທ່ຽງ ແລະ ບັນຫາອື່ນໆ. ສ່ວນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ໄດ້ເປີດຊ່ອງທາງສົ່ງອອກທີ່ສະດວກໃຫ້ແກ່ສິນຄ້າກະສິກຳຂອງ ສປປ ລາວ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດຂອງ ສປປ ລາວ. ໃນອະນາຄົດ, ການຮ່ວມມືດ້ານເຕັກໂນໂລຊີສີຂຽວ ພາຍໃຕ້ຂອບຂໍ້ລິເລີ່ມການບໍລິຫານທົ່ວໂລກ ຈະຊ່ວຍເຫືອ ສປປ ລາວ ຫລຸດການເພິ່ງພາອາໄສພະລັງງານດັ້ງເດີມ; ໃນຂົງເຂດເສດຖະກິດດີຈີຕອນ, ການຊົມໃຊ້ເຕັກໂນໂລຊີຮ່ວມກັນ ລະຫວ່າງ ປະເທດຄູ່ຮ່ວມມື ຈະຊ່ວຍເຫລືອ ສປແ ລາວ ຍົກລະດັບການພັດທະນາດີຈີຕອນ… ເມື່ອປະຊາຊົນລາວໄດ້ຮັບຜົນປະໂຫຍດຈາກການພັດທະນາແລ້ວ, ຈະມີຄວາມເຫັນດີເຫັນພ້ອມຕໍ່ຂໍ້ລິເລີ່ມດັ່ງກ່າວຢ່າງຈິງໃຈ.
ຂໍ້ລິເລີ່ມການບໍລິຫານທົ່ວໂລກແມ່ນສອດຄ່ອງກັບຄວາມປາດຖະໜາຕໍ່ລັດທິຫລາຍຝ່າຍຂອງປະເທດກຳລັງພັດທະນາ. ໂດຍຜະເຊີນໜ້າກັບລັດທິເຈົ້າອຳນາດທີ່ມັກລົງໂທດປະເທດອື່ນເລື້ອຍໆ, ປະເທດກຳລັງພັດທະນາຍັງຂາດເວທີ ເພື່ອສາມັກຄີຮ່ວມມືກັນທີ່ສຸດ. ຂໍ້ລິເລີ່ມການບໍລິຫານທົ່ວໂລກໄດ້ສະເໜີອອກມາວ່າ: “ສິ່ງຕ່າງໆໃນໂລກ ຄວນໃຫ້ປະເທດຕ່າງໆຫາວິທີແກ້ໄຂດ້ວຍການປຶກສາຫາລືກັນ, ບໍ່ຄວນເຮັດຕາມການກຳນົດຂອງຜູ້ທີ່ເຂັ້ມແຂງກວ່າ”. ພາຍໃຕ້ການກະຕຸກຊຸກຍູ້ຢ່າງຕັ້ງໜ້າຂອງຈີນ, ກົນໄກບຣິກສ ໄດ້ເປີດຮັບສະມາຊິກໃໝ່ຄັ້ງປະຫວັດສາດ ເຊິ່ງໄດ້ກາຍເປັນເວທີເພີ່ມຄວາມສາມັກຄີ ແລະ ການຮ່ວມມືທີ່ສຳຄັນທີ່ສຸດ ສຳລັບປະເທດໃນຕະຫລາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາທັງຫລາຍ. ປີ 2024, ມູນຄ່າການຄ້າ ລະຫວ່າງ ຈີນກັບປະເທດສະມາຊິກ, ປະເທດສັງເກດການ ແລະ ປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ ໄດ້ບັນລຸເຖິງ 890 ຕື້ໂດລາ ເຊິ່ງໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ນອກນີ້, ກົນໄກການຮ່ວມມື ລະຫວ່າງ ຈີນກັບອາຊຽນ, ສະຫະພາບອາຟຣິກາ, ສັນນິບາດອາຣັບ ແລະ ສະຫະພາບອາເມຣິກາລາຕິນ ນັບມື້ນັບສົມບູນຂຶ້ນ ເຊິ່ງຊ່ວຍເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຍົກລະດັບການບໍລິຫານຮ່ວມກັນ ເພື່ອແກ້ໄຂບັນຫາລະອຽດຕ່າງໆ.
ຄືດັ່ງຄຳເວົ້າຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ເວົ້າວ່າ: “ຂໍ້ລິເລີ່ມການບໍລິຫານທົ່ວໂລກໄດ້ເນັ້ນໜັກເຖິງຄວາມສະເໝີພາບ, ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ການພັດທະນາແບບມີການຮ່ວມມືຫລາຍຝ່າຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີທີ່ມີຄວາມຮັບຜິດຊອບຂອງຈີນ ແລະ ນີ້ກໍແມ່ນເຫດຜົນຕົ້ນຕໍ ທີ່ ສປປ ລາວສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວ.” ຍ້ອນຫຍັງ ຂໍ້ລິເລີ່ມການບໍລິຫານທົ່ວໂລກຈິ່ງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ທາດແທ້ແມ່ນຍ້ອນວ່າ ໄດ້ປະຕິບັດຕາມຫລັກການລວມ, ເຮັດໄປຕາມທ່າອຽງລວມ ແລະ ຖືກໃຈປະຊາຊົນ. ບໍ່ແມ່ນການໂຄ່ນລົ້ມແລ້ວສ້າງໃໝ່ ແລະ ກໍບໍ່ແມ່ນສ້າງລະບຽບການໃໝ່, ຫາກແມ່ນການເພີ່ມກຳລັງທີ່ແນ່ນອນເພື່ອປັບປຸງລະບົບການບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນ ໂດຍຍຶດໝັ້ນຄວາມສະເໝີພາບທາງດ້ານອະທິປະໄຕ, ປະຕິບັດການຮ່ວມມືຫລາຍຝ່າຍ ແລະ ຖືປະຊາຊົນເປັນກົກ. ໃນສາຍຕາຂອງລາວ ແລະ ປະເທດກຳລັງພັດທະນາທັງຫລາຍ, ຂໍ້ລິເລີ່ມດັ່ງກ່າວ ບໍ່ພຽງແຕ່ເປັນ “ກະແຈຄຳ” ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກໃນປັດຈຸບັນເທົ່ານັ້ນ, ຍິ່ງແມ່ນເປັນການສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການມຸ່ງໜ້າໄປສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ນີ້ກໍແມ່ນເຫດຜົນຕົ້ນຕໍ ທີ່ເຮັດໃຫ້ຂໍ້ລິເລີ່ມດັ່ງກ່າວ ສາມາດຂ້າມຜ່ານຊາຍແດນ ແລະ ໄດ້ຮັບສຽງຕອບຮັບທີ່ດີຈາກທົ່ວໂລກ.