Home ຂ່າວໜ້າໜຶ່ງ ທ່ານ ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ທ່ານ ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

0

ໃນວັນທີ 01 ກັນຍາ 2025, ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ນະຄອນຫລວງປາຣີ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ແອມມານູຍແອນ ມາຄຼົງ (Emmanuel MACRON), ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດຝຣັ່ງ ກໍຄື ລັດຖະບານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ.

ນອກຈາກນີ້, ທ່ານ ເອກອັກຄະລັດຖະທູດ ກໍ່ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ມາຄຼົງ ທີ່ໃຫ້ກຽດຮັບສານໃນຄັ້ງນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ຕົນດຳລົງຕຳແໜ່ງ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ຮັກສາ ແລະ ເພີ້ມທະວີສຳພັນທະໄມຕີ, ການຮ່ວມມືຂອງສອງປະເທດທີ່ດີງາມມາແຕ່ດົນນານໃຫ້ດີຂຶ້ນໄປເລື້ອຍໆ. ພ້ອມທັງ ຍັງໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາ ຂອງ ສປປ ລາວ ໃນດ້ານເສດຖະກິດ-ສັງຄົມ ແລະ ສົ່ງເສີມການສຶກສາ (ດ້ານພາສາຝຣັ່ງ) ແລະ ອື່ນໆ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມື ສະໜັບສະໜູນ ຢ່າງດີໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້, ພະນະທ່ານ ແອມມານູຍແອນ ມາຄຼົງ ກໍ່ໄດ້ສະແດງຄວາມຊົມເຊີຍ ທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ຮ່ວມມືສົ່ງເສີມສາຍພົວພັນສອງຝ່າຍໃຫ້ຍືນນານໃນຕໍ່ໜ້າ.

ພິທີຍືນສານຕາຕັ້ງໃນຄັ້ງນີ້ ໄດ້ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 22 ຕຸລາ 1953 ເປັນຕົ້ນມາ, ມາຮອດປະຈຸບັນ ຄົບຮອບ 72 ປີ.

ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version