ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ຫວຽດນາມໄດ້ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໂດຍມີນັກໂທດຈຳນວນ 13.920 ຄົນ ໃນນັ້ນເປັນນັກໂທດຕ່າງປະເທດ 66 ຄົນທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີ ໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງຕ່າງໆໃນທົ່ວປະເທດໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ຕາມຂໍ້ຕົກລົງຂອງປະທານປະເທດຫວຽດນາມເລກທີ 1244/2025/QD-CTN ລົງວັນທີ 3 ກໍລະກົດ 2025. ກ່ອນໜ້ານັ້ນ, ປະທານປະເທດຫວຽດນາມໄດ້ອອກຂໍ້ຕົກລົງອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 1 ປະຈຳປີ 2025 ໃຫ້ນັກໂທດທີ່ມີຄວາມກ້າວໜ້າຈຳນວນ 8.055 ຄົນ ໃນໂອກາດວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ທີ 30 ເມສາ ຄົບຮອບ 50 ປີມາແລ້ວ.

ພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ກັນຍາ 2025 ຢູ່ຄ້າຍຄຸມຂັງດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ຫວຽດນາມ. ມີທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ສຳລັບນັກໂທດທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງ ດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ມີຈຳນວນ 377 ຄົນ.
ທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມມີຄຳເຫັນຕໍ່ພິທີວ່າ: ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງໃນແຕ່ບະປີ ແມ່ນສະແດງໃຫ້ເຫັນເຖິງການປະຕິບັດແນວທາງນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ ແລະ ລັດຖະບານຫວຽດນາມ ດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ທີ່ມີລັກສະນະຍຸຕິທຳ ແລະ ເທົ່າທຽມກັນຂອງພົນລະເມືອງຫວຽດນາມທຸກຄົນ ລວມທັງນັກໂທດທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງແຕ່ລະແຫ່ງໃນທົ່ວປະເທດ. ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າຢູ່ຫວຽດນາມ ແມ່ນເກີດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງຊາດໃນທຸກໆປີ. ສ່ວນນັກໂທດທີ່ໄດ້ຮັບການປ່ອຍຕົວໃນໄລຍະຫຼາຍປີຜ່ານມາຢູ່ຫວຽດນາມແມ່ນມີຈຳນວນຫຼາຍແສນຄົນ ເຂົາເຈົ້າໄດ້ກັບຄືນໄປບ້ານເກີດເມືອງນອນຂອງຕົນ ກັບຄືນໄປຫາຄອບຄົວ ແລະ ດຳລົງຊີວິດດ້ວຍຄວາມສຸຈະລິດ ມີຄວາມບໍລິສຸດສັດຊື່ ເປັນເຈົ້າການປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ ແລະ ເປັນຄົນດີຂອງສັງຄົມ.
ຂ່າວແລະພາບ: ປອງໄຕ ຈະເລີນສຸກ