Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມອຳລາ

0

ໃນວັນທີ 28 ສິງຫາ 2025 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ ນາງ ຊິວ-ແລັງ ຊູອອກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຝຣັ່ງ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະເວລາເກືອບ 4 ປີຜ່ານມາ, ຊຶ່ງທ່ານທູດໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະ ຫວ່າງ ສ ຝຣັ່ງ ແລະ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອຈາກປະຊາຊົນ ແລະ ລັດຖະ ບານຝຣັ່ງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນອົງການຝຣັ່ງເພື່ອການພັດທະນາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ. ພ້ອມທັງອວຍພອນໃຫ້ທ່ານທູດ ເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ໃໝ່ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ພ້ອມນີ້, ທ່ານ ນາງ ຊິວ-ແລັງ ຊູອອກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານປະເທດ ກໍຄື ການນໍາພັກ-ລັດຂອງລາວ ທີ່ໄດ້ອໍານວຍຄວາມສະດວກ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ທີ່ຍາດໄດ້ໃນໄລຍະຜ່ານມາ, ລວມເຖິງຜົນຂອງການຢ້ຽມຢາມຝຣັ່ງ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2024. ພ້ອມນັ້ນ, ທ່ານທູດ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ສປປ ລາວ ແລະ ສ ຝຣັ່ງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ຕຸລາ 1953.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version