Home ຂ່າວໜ້າໜຶ່ງ ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ...

ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid)

0

ໃນວັນທີ 27 ສິງຫາ 2025, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສຸນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບ 1). ການເຄື່ອນໄຫວວຽກງານການທູດເສດຖະກິດ ຂອງ ສປປ ລາວ ຊຶ່ງເປັນວຽກງານບຸລິມະສິດໜຶ່ງທີ່ສໍາຄັນຂອງກະຊວງການຕ່າງປະເທດ ພາຍໃຕ້ສະພາບການພາກພື້ນ ແລະ ສາກົນ ກຳລັງປະເຊີນໜ້າກັບຄວາມບໍ່ໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນ ແລະ ສິ່ງທ້າທາຍຕ່າງໆ ອັນພາໃຫ້ສົ່ງຜົນກະທົບຕໍ່ການປະຕິບັດມາດຕະການຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງຫຼາຍປະເທດ ລວມທັງ ສປປ ລາວ, ແຕ່ອີກດ້ານໜຶ່ງ ຫຼາຍປະເທດໃນໂລກ ໄດ້ເພີ່ມທະວີການພົວພັນຮ່ວມມືກັນໃນດ້ານຕ່າງໆນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນດ້ານເສດຖະກິດໃນຫຼາຍລະດັບ ທັງໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເພື່ອການພັດທະນາແບບຍືນຍົງ ແລະ ພ້ອມກັນຮັບມືກັບ ສະພາບການປ່ຽນແປງຂອງໂລກໃນປະຈຸບັນ, ຊຶ່ງນໍາສະເໜີໂດຍ ກົມເສດຖະກິດ, ກະຊວງການຕ່າງປະເທດ; 2). ການກະກຽມດ້ານຕ່າງໆ ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ນໍາສະເໜີໂດຍ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ແລະ 3). ການປັບປຸງກົງຈັກການຈັດຕັ້ງວຽກງານບໍລິການປະຕູດຽວດ້ານການລົງທຶນ ລວມທັງ ທ່າແຮງ, ກາລະໂອກາດ ແລະ ຄວາມຕ້ອງການໃນການດຶງດູດການລົງທຶນຈາກຕ່າງປະເທດ ໃນແຕ່ລະຂະແໜງການບຸລິມະສິດຂອງ ສປປ ລາວ ນໍາສະເໜີໂດຍ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອໃຫ້ບັນດານັກການທູດລາວ ທີ່ກໍາລັງປະຈໍາການ ຢູ່ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ທີ່ ຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບກົນໄກການປະສານງານວຽກງານສໍາຄັນດັ່ງກ່າວ ໃຫ້ມີຄວາມເປັນເອກະພາບຍິ່ງຂຶ້ນ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ ກໍຄື ຂອງພາກພື້ນ ແລະ ສາກົນ ໂດຍແນໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ພ້ອມດຽວກັນນີ້, ຍັງໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມພ້ອມດ້ານຕ່າງໆຂອງການກະກຽມໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ; ນອກນີ້, ກໍໄດ້ເນັ້ນໜັກໃຫ້ບັນດານັກການທູດ ເອົາໃຈໃສ່ ແລະ ກຳໄດ້ຂໍ້ມູນພາຍໃນປະເທດໃຫ້ເລິກເຊິ່ງ ໂດຍສະເພາະ ຂໍ້ມູນລະບຽບການ ແລະ ຂັ້ນຕອນການບໍລິການປະຕູດຽວດ້ານການດຶງດູດການລົງທຶນຈາກຕ່າງປະເທດອີກຕື່ມ.

ໃນໂອກາດນີ້, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ ກໍໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງວຽກງານດັ່ງກ່າວ ໂດຍສະເພາະ ໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ໜ້າທີ່ ທີ່ສໍາຄັນຂອງບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນການຂັບເຄື່ອນວຽກງານການທູດເສດຖະກິດ ເພື່ອດຶງດູດການລົງທຶນ, ສົ່ງເສີມການຄ້າ ແລະ ການທ່ອງທ່ຽວ ໃຫ້ນໍາມາສູ່ໝາກຜົນຕົວຈິງ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ພ້ອມດຽວກັນນີ້, ທ່ານ ປອ. ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຍົກໃຫ້ເຫັນ ສະພາບລວມໃນການຈັດຕັ້ງປະຕິບັດ ວຽກງານການສົ່ງເສີມ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ ຢູ່ ສປປ ລາວ ແລະ ການປັບປຸງກົນໄກການອະນຸມັດການລົງທຶນ ໃນໄລຍະໃໝ່ ລວມທັງນະໂຍບາຍສົ່ງເສີມການລົງທຶນ, ແລະ ການປັບປຸງກົນໄກການອະນຸມັດການລົງທຶນໃນໄລະຍະໃໝ່ ເພື່ອໃຫ້ແທດ ເໝາະກັບສະພາບການປະຈຸບັນ. ນອກນັ້ນ, ຜູ້ຕາງໜ້າຈາກກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ກໍໄດ້ຍົກໃຫ້ເຫັນບັນດາໜ້າວຽກສໍາຄັນທີ່ຕິດພັນກັບການອອກຈາກ ສະຖານະພາບ LDC ແລະ ທິດທາງໃນຕໍ່ໜ້າ ພາຍຫຼັງສໍາເລັດບົດປະເມີນຄວາມພ້ອມການອອກຈາກສະຖານະພາບ LDC (Lao PDR’s LDC Graduation Readiness Assessment).

ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນ, ຂໍ້ມູນ, ບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານການທູດເສດຖະກິດ ຢູ່ປະເທດທີ່ຕົນຮັບຜິດຊອບ ລວມທັງວຽກງານການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢ່າງກົງໄປກົງມາ ເພື່ອປະກອບສ່ວນເຂົ້າໃນການກຳນົດນະໂຍບາຍ, ມາດຕະການ ແລະ ທິດທາງໃນຕໍ່ໜ້າ ເພື່ອສົ່ງເສີມການທູດເສດຖະກິດໃຫ້ມີປະສິດທິຜົນຫຼາຍຂຶ້ນ, ທັງນີ້ກໍເພື່ອເຮັດໃຫ້ການປະສານງານ, ການແລກປ່ຽນ, ການຕອບສະໜອງຂໍ້ມູນຂ່າວສານ ໃຫ້ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ທັນການ ກໍຄື ການໝູນໃຊ້ກາລະໂອກາດ ແລະ ທ່າແຮງຂອງການຮ່ວມມືກັບປະເທດທີ່ມີສໍານັກງານຜູ້ຕາງໜ້າຕັ້ງຢູ່ ແລະ ການຮ່ວມມືພາກພື້ນ ແລະ ສາກົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ຖືເປັນວຽກບູລິມະສິດຂອງທຸກຂະແໜງການ ທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃຫ້ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີການແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ ແລະ ຈົບລົງດ້ວຍຜົນສໍາເລັດຢ່າງຈົບງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version