ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມຄົບຄະນະຂອງກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມືພາກພື້ນອາຊີ-ປາຊິຟິກ ທີ່ກົວລາລຳເປີ ຂອງເວທີ ປຶກສາຫາລືອາຊີ ໂປອາວ ໄດ້ຈັດຂຶ້ນຢູ່ນະຄອນຫລວງກົວລາລຳເປີ ຂອງມາເລເຊຍ ໃນວັນທີ 27 ສິງຫານີ້ ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 200 ຄົນ ທີ່ມາຈາກຝ່າຍຕ່າງໆ ເຂົ້າຮ່ວມໂດຍໄດ້ປຶກສາຫາລືກັນ ກ່ຽວກັບການລົງ ເລິກການຮ່ວມມືພາກພື້ນ, ການຊຸກຍູ້ຂະບວນການເຊື່ອມໂຍງເຊື່ອມຈອດກັນ.

ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຊີ້ໃຫ້ເຫັນໃນໂອກາດປະກອບຄຳເຫັນວ່າ: ອາຊຽນ ໄດ້ສ້າງຕົວແບບໃນດ້ານລັດທິພາກພື້ນທີ່ເປີດກວ້າງ ແລະ ກວມລວມ, ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ ປະຈຳປີນີ້, ມາເລເຊຍ ສຸມໃສລົງເລິກການຮ່ວມມືພາກພື້ນດ້ວຍການກະທຳຕົວຈິງ, ທັງປົກປັກຮັກສາຖານະໃຈກາງ ຂອງອາຊຽນ. ຈາກນັ້ນ ທ່ານ ເຮີໂຮ້ວຮວາ, ຮອງປະທານສະພາປຶກສາການເມືອງປະຊາຊົນຈີນ ໄດ້ຊີ້ໃຫ້ເຫັນໃນເວລາປະກອບຄຳເຫັນວ່າ: ອາຊີ ແລະ ອາຊີ-ປາຊິຟິກ ຄວນຍຶດໝັ້ນເດີນຕາມເສັ້ນທາງເປີດກວ້າງ ແລະ ພັດທະນາ, ຊຸກຍູ້ໃຫ້ການຮ່ວມມືພາກພື້ນກ້າວໄປສູ່ລະດັບທີ່ສູງກວ່າເກົ່າ; ຕ້ອງກຳແໜ້ນ ຄວາມເປັນເຈົ້າການໃນການຫັນປ່ຽນຮູບແບບເສດຖະກິດໂລກ, ສ້າງການພົວພັນຄູ່ຮ່ວມທີ່ແໜ້ນແຟ້ນກວ່າເກົ່າ; ຖືເອົາແນວຄວາມຄິດ ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນທິດຊີ້ນຳ ແລະ ຮ່ວມກັນສ້າງບ້ານເມືອງທີ່ສວຍງາມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ