
ວິທະຍຸສາກົນແຫ່ງ ສປ ຈີນ, ຕາມສະຖິຕິ ຂອງສະຫະພັນໄປສະນີສາກົນ ຂອງອົງການສະຫະປະຊາຊາດ ເປີດເຜີຍໃນວັນທີ 26 ສິງຫານີ້ວ່າ ຍ້ອນຄວາມບໍ່ແນ່ນອນທີ່ກ່ຽວຂ້ອງກັບການບໍລິການດ້ານການຂົນສົ່ງ ພາຍໃຕ້ລະບຽບການໃໝ່ຂອງ ສ.ອາເມລິກາ ພົ້ນເດັ່ນຂຶ້ນ, ປັດຈຸບັນ, ມີ 25 ປະເທດສະມາຊິກ ຂອງອົງການສະຫະປະຊາຊາດ ໄດ້ປະກາດໂຈະການສົ່ງພັດສະດຸ ໄປສະນີໄປ ສ.ອາເມລິກາ. ຝ່າຍທາງການໄປສະນີຣັດເຊຍ ເປີດເຜີຍວ່າ: ຍ້ອນບັນຫາດ້ານພາສີ, ໄປສະນີຣັດເຊຍ ຈະໂຈະການບໍລິການສົ່ງສິນຄ້າໄປ ສ.ອາເມລິກາ ໃນວັນດຽວກັນ, ແຕ່ການບໍລິການສົ່ງຈົດໝາຍທຳມະດາຈະບໍ່ຖືກກະທົບກະເທືອນ. ອົງການໄປສະນີ ຂອງຫລາຍປະເທດເອີຣົບ ເຊັ່ນ: ຝຣັ່ງ, ເຢຍລະມັນ ແລະ ອີຕາລີ, ລວມທັງອົດສະຕຣາລີ, ອິນເດຍ, ຍີ່ປຸ່ນ, ໄທ ແລະ ສິງກະໂປ ຕ່າງໄດ້ປະກາດໂຈະການສົ່ງພັດສະດຸໄປ ສ.ອາເມລິກາ. ຂະນະທີ່ອາເມລິກາ ຕົກລົງຍົກເວັ້ນການປອດພາສີ ຕໍ່ພັດສະດຸນຳເຂົ້າທີ່ມີມູນຄ່າ 800 ໂດລາສະຫະລັດ ແລະ ຕ່ຳກວ່າ 800 ໂດລາສະຫະລັດ ແຕ່ວັນທີ 29 ສິງຫານີ້ ເປັນຕົ້ນໄປ. ເມື່ອຮອດເວລານັ້ນ, ພັດສະດຸໄປສະນີເຫລົ່ານີ້ທີ່ຖືກສົ່ງເຂົ້າ ສ.ອາເມລິກາ ຈະຕ້ອງເສຍພາສີ ເຕັມອັດຕາ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ